ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການສົມລົດ ແລະ ຄອບຄົວ (ສະບັບປັບປຸງ)

ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການສົມລົດ ແລະ ຄອບຄົວ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) - ​ກ່ຽວ​ກັບເນື້ອ​ໃນ​ການ​ສົມລົດລະຫວ່າງ​ຜູ້​ຮ່ວມເພດ​, ​ສະມາຊິກ​ສະພາ​ແຫ່ງ​ຊາດຫຼາຍ​ທ່ານ ​ໄດ້​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ ຍ້ອນ​ນີ້​ແມ່ນ​ບັນຫາ​ຕົວ​ຈິງທີ່​ພວມ​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ຍອມຮັບ​. ​ແຕ່​ວ່າ, ​ສະມາຊິກ​ສະພາ​ແຫ່ງ​ຊາດຫຼາຍ​ທ່ານ​ຖື​ວ່າ, ຮ່າງ​ກົດໝາຍ​ນີ້​ຈຳ​ເປັນຕ້ອງ​​ໄດ້​ຮັບ​​ການ​ຄິດ​ໄລ່ຊັ່ງຊາ​ຂັ້ນ​ຕອນ ​ແລະ ມີ​ບາດກ້າວ​ທີ່​ເໝາະ​ສົມ.

        ກ່ຽວ​ກັບອາຍຸ​​ສົມລົດ, ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ເນື້ອ​ໃນ​ຮ່າງ​ກົດໝາຍ, ດ້ວຍ​​ອາຍຸສົມ​ລົດ​ຂອງ​ຍິງ ​- ​ຊາຍ​ແມ່ນ 18 ປີ​ຂຶ້ນ​ໄປ. ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານຖື​ວ່າ ຂໍ້​ກຳນົ​ດຄື​ແນວ​ນັ້ນ​ແມ່ນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງຫວຽດນາມ ​ແລະ ສາກົນ ກໍ່​ຄື​ການພັດທະ​ນາ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ​ຂອງ​ໄວ​ໜຸ່ມ.

   ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ດ້ວຍ​ຈຳນວນ​ບັດ​ເຫັນ​ດີ​ (88,35%), ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​​ເອົາ​ກົດໝາຍວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ).
ຂ່າວ/ບົດ​ອື່ນ