ປ​ຊ​ຊ ອິນ​ໂດ​ເນ​ເຊຍ ນັບ​ໝື່ນ​ຄົນ ຈັດ​ພິ​ທີ​ພາ​ວະ​ນາ​ຕ້ອນ​ຮັບ​ວັນ​ບຸນ​ອິ​ສະ​ລາມ Eid Al Fittri

(VOVWORLD) - ໃນພິທີພາວະນາ, ປຊຊ ໃນທົ່ວປະເທດອິນໂດເນເຊຍ ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ ແລະ ຊົມເຊີຍບັນດາມາດຕະການຜ່ອນຜັນຂໍ້ຈຳກັດ ເພື່ອຄວບຄຸມໂລກລະບາດໂຄວິດ 19 ຂອງລັດຖະບານປະເທດນີ້.
ປ​ຊ​ຊ ອິນ​ໂດ​ເນ​ເຊຍ ນັບ​ໝື່ນ​ຄົນ ຈັດ​ພິ​ທີ​ພາ​ວະ​ນາ​ຕ້ອນ​ຮັບ​ວັນ​ບຸນ​ອິ​ສະ​ລາມ Eid Al Fittri - ảnh 1

 (ພາບ: ເຮືອງຈ່າ)

   ພາຍຫຼັງເວລາ 2 ປີທີ່ບໍ່ໄດ້ຈັດວັນບຸນອິສະລາມ Eid Al Fittri ຍ້ອນໂລກລະບາດໂຄວິດ 19, ວັນທີ 2 ພຶດສະພາ, ປຊຊ ຢູ່ນະຄອນຫຼວງ ຈາກາກຕາ, ປຊຊ ອິນໂດເນເຊຍ ນັບໝື່ນຄົນໄດ້ພ້ອມກັນພາວະນາ ເພື່ອຕ້້ອນຮັບວັນບຸນດັ່ງກ່າວ.  ໃນພິທີພາວະນາ, ປຊຊ ໃນທົ່ວປະເທດອິນໂດເນເຊຍ ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ ແລະ ຊົມເຊີຍບັນດາມາດຕະການຜ່ອນຜັນຂໍ້ຈຳກັດ ເພື່ອຄວບຄຸມໂລກລະບາດໂຄວິດ 19 ຂອງລັດຖະບານປະເທດນີ້. ສິ່ງດັ່ງກ່າວກໍ່ອະນຸຍາດໃຫ້ຊາວອິດສະລາມປະເທດນີ້ນັບສີບລ້ານຄົນ ໄດ້ກັບເມືອບ້ານເກີດເມືອງນອນ ເພື່ອເຂົ້າຮ່ວມບັນດາງານບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ