ປິດ​ງານ​ວາງ​ສະ​ແດງ​ສາ​ກົນ Vietbuild ຮ່າ​ໂນ້ຍ ປີ 2019

(VOVWORLD) - ງານວາງສະແດງສາກົນ Vietbuild ຮ່າໂນ້ຍ ຄັ້ງທີ 1 ໄດ້ດຶງດູດແຂກມາຢ້ຽມຊົມຢ່າງຫຼວງ ຫຼາຍ
ປິດ​ງານ​ວາງ​ສະ​ແດງ​ສາ​ກົນ Vietbuild ຮ່າ​ໂນ້ຍ ປີ 2019 - ảnh 1ງານວາງສະແດງ ສາກົນ Vietbuild ຮ່າໂນ້ຍ 2019 ຄັ້ງທີ 1 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 405 ແຫ່ງ(ພາບ: kinhtedothi.vn

ພາຍລັງດຳເນີນມາເປັນເວລາ 5 ວັນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງ ຫຼາຍຢ່າງ, ງານວາງສະແດງສາກົນ Vietbuild ຮ່າໂນ້ຍ ປີ 2019 ຄັ້ງທີ 1 ໄດ້ປິດຢູ່ຫໍວາງສະແດງສະຖາປັດຕະຍະກຳ - ຜັງເມືອງແຫ່ງຊາດ ຢູ່ຮ່າໂນ້ຍເມື່ອ ວັນທີ 31 ມີນາ.

ງານວາງສະແດງ ສາກົນ Vietbuild ຮ່າໂນ້ຍ 2019 ຄັ້ງທີ 1 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 405 ແຫ່ງ ທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນ ດ້ວຍຮ້ານວາງສະແດງ ກ່ວາ 1600 ຮ້ານກ່ຽວກັບວັດສະດຸກໍ່ສ້າງ, ເຄື່ອງປະດັບພາຍໃນ ແລະ ພາຍນອກ ເຮືອນທີ່ມີຊະນິດຫຼາຍຮູບແບບ. ພ້ອມກັນນັ້ນ, ທີ່ງານດັ່ງກ່າວໄດ້ດຳເນີນໄປບັນດາກອງປະຊຸມສຳມະນາ, ການສົນທະນາກ່ຽວກັບບັນຫາພັດທະນາ ວັດສະດຸກໍ່ສ້າງ, ຊະນິດຕ່າງໆເປັນຕົ້ນວັດສະດຸກໍ່ສ້າງທີ່ເປັນມິດກັບສິ່ງແວດລ້ອມ, ວັດສະດຸກໍ່ສ້າງຂຽວໃນສະໄໝການປະຕິວັດອຸດສາຫະກຳ 4.0.

ງານວາງສະແດງສາກົນ Vietbuild ຮ່າໂນ້ຍ ຄັ້ງທີ 1 ໄດ້ດຶງດູດແຂກມາຢ້ຽມຊົມຢ່າງຫຼວງ ຫຼາຍ

ຕອບກັບ

ຂ່າວ/ບົດ​ອື່ນ