ປິດປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022

(VOVWORLD) -ນີ້ແມ່ນການເຄື່ອນໄຫວສິ້ນສຸດບັນດາເຫດການປີທ່ອງທ່ຽວແຫ່ງຊາດ, ສະຫຼຸບ, ຕີລາຄາໝາກຜົນການຈັດຕັ້ງປີທ່ອງທ່ຽວແຫ່ງຊາດ - ກວາງນາມ 2022.
ປິດປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022 - ảnh 1(ພິທີປິດປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022)

        ຕອນຄ່ຳວັນທີ 22 ທັນວາ, ຢູ່ແຂວງ ກວາງນາມ ໄດ້ຈັດພິທີປິດປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022. ນີ້ແມ່ນການເຄື່ອນໄຫວສິ້ນສຸດບັນດາເຫດການປີທ່ອງທ່ຽວແຫ່ງຊາດ, ສະຫຼຸບ, ຕີລາຄາໝາກຜົນການຈັດຕັ້ງປີທ່ອງທ່ຽວແຫ່ງຊາດ - ກວາງນາມ 2022. ມີກວ່າ 210 ເຫດການວັດທະນະທຳ, ທ່ອງທ່ຽວເຊິ່ງດຳເນີນໃນທົ່ວປະເທດ, ໃນນັ້ນ, ສະເພາະແຂວງ ກວ໋າງນາມ ແມ່ນ 73 ເຫດການ, ໄດ້ປະກອບສ່ວນເຜີຍແຜ່ບົດບາດ, ປະສິດທິຜົນຂອງການທ່ອງທ່ຽວສຳລັບພື້ນຖານເສດຖະກິດຂອງປະເທດຊາດ. ທ່ານ ດ່ວານວັນຫວຽດ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022, ຕີລາຄາວ່າ:

        “ຜົນສຳເລັດຂອງປີທ່ອງທ່ຽວແຫ່ງຊາດ 2022 ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການຟື້ນຟູຂອງຂະແໜງທ່ອງທ່ຽວ ຫວຽດນາມ ເວົ້າລວມ ແລະ ຂະແໜງທ່ອງທ່ຽວແຂວງ ກວ໋າງນາມ ເວົ້າສະເພາະ. ຈຳນວນແຂກທ່ອງທ່ຽວພາຍໃນປະເທດໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງອອກແມ່ນ 60 ລ້ານເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2019, ເຊິ່ງແມ່ນຈຸດເວລາກ່ອນເກີດໂລກລະບາດ. ສະເພາະແຂວງ ກວາງນາມ ມີແຂກມາທ່ຽວກວ່າ 4,8 ລ້ານເທື່ອຄົນ ແລະ ລາຍຮັບທີ່ໄດ້ຈາກການທ່ອງທ່ຽວຄາດວ່າບັນລຸ 3.800 ຕື້ດົ່ງ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານກວ່າ 16.000 ຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ