ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ຈໍແດນ

(VOVWORLD) -ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີກ່ຽວກັບມາດຕະການຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ
ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ຈໍແດນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ກັບຮອງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການສະໜອງ ຈໍແດນ
(ພາບ: dangcongsan.vn)

        ແຕ່ວັນທີ 07 – 08 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເດີນທາງໄປຢ້ຽມຢາມລາຊະອານາຈັກ ຈໍແດນ. ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ໄດ້ດຳເນີນການພົບປະເຈລະຈາກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຊາວຕາງດ້າວ ຈໍແດນ Leena Al Hadid, ເຮັດວຽກກັບທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການສະໜອງ ຈໍແດນ Dana Al Zoubi ແລະ ທ່ານຮອງລັດຖະມົນຕີກະຊວງລົງທຶນ ຈໍແດນ Zaher Al Qutarneh. ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີກ່ຽວກັບມາດຕະການຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະແລກປ່ຽນປະຊາຊົນ; ສົ່ງເສີມວິສາຫະກິດ 2 ຝ່າຍເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ; ຄົ້ນຄວ້າຄວາມສາມາດລົງນາມໃນສັນຍາຮ່ວມມືບາງສະບັບ ເພື່ອສ້າງກອບນິຕິກຳໃຫ້ແກ່ການຮ່ວມມື 2 ຝ່າຍໃຫ້ສົມບູນແບບ; ສະເໜີໃຫ້ ຈໍແດນ ແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມພັດທະນາຂະແໜງ Halal, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ