ປັບປຸງກົດໝາຍເພື່ອດຶງດູດການລົງທຶນ

ປັບປຸງກົດໝາຍເພື່ອດຶງດູດການລົງທຶນ - ảnh 1
ທ່ານນາງ ຫງວຽນທິຫງອກແທງ ສັງກັດຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນຮ່າໂນ້ຍປະກອບຄຳເຫັນທີ່ການປຶກສາຫາລືຢູ່ຕາມໜ່ວຍ
ເມື່ອຕອນເຊົ້າວັນທີ 28/5    (ພາບ: baonguoidaibieu )

Vovworld- ​ໂດຍ​ສືບ​ຕໍ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 28/5, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມບາງຂໍ້ມາດຕາ ຂອງ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໄດ້​ຮັບ​ຮູ້​ວ່າ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມື່ອ​ປີ 1997, ພາຍຫຼັງ​ປັບປຸງ​ເພີ່ມ​ເຕີມ 3 ຄັ້ງ, ​ໄດ້​ລົງ​ເລິກ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ​ເລື່ອງ​ປະກາດ​ໃຊ້ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມບາງຂໍ້ມາດຕາຂອງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ​ແມ່ນ​ເພື່​ອ​ແນ​ໃສ່​ສ້າງ​ລະບົບ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ​ໃຫ້​ສົມບູນ​ແບບ, ​ເພີ່ມ​ຄວາ​ວມສາມາດ​ແກ່ງ​ແຍ້​ງ​ໃຫ້​ແກ່​ວິ​ສາ​ຫະກິດ, ດຶງ​ດູດ​ການ​ລົງທຶນ. ທ່ານ ​ເຢືອງກວາງ​ເຊີນ , ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ ບັກ​ກ້ານ ມີ​ຄຳ​ເຫັນ​ວ່າ :

   “ ຮ່າງ​ກົດໝາຍ​ຄວນ​ກຳນົດ​ລະອຽດ​ບັນດາ​ມາດຖານ​ຂອງ​ບັນດາ​ກຸ່ມ​ເປົ້າ​ໝາຍ​ເສຍ​ອາກອນ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ກຳນົດ​ຕາມ​ທິດ​ຫຼຸດຜ່ອນ​ສິນຄ້າ​ບໍລິການ ບໍ່​ຖືກ​ເສຍ​ອາກອນ, ແລະ ໝວດສິນຄ້າບໍລິການເສຍພາສີອາກອນ 5%. ເພາະວ່າ ຕາມຍຸດທະສາດປະຕິຮູບພາສີອາກອນໄລຍະ 2011-2020, ຈະຫຼຸດຜ່ອນ ຈຳນວນໝວດສິນຄ້າບໍ່ຖືກເສຍອາກອນມູນຄ່າເພີ່ມ ແລະ ຫຼຸດຜ່ອນ ໝວດສິນຄ້າບໍລິການເສຍພາສີອາກອນ 5%, ພ້ອມກັນນັ້ນ, ​ຮ່າງ​ກົດໝາຍ​ຍັງກຳນົດວ່າ ກົດໝາຍຈະມີຜົນສັກສິດນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ ແລະ ຮອດປີ 2020 ຈະປະຕິບັດການນຳໃຊ້ອັດຕາພາສີອາກອນດຽວ”

     ກ່ອນໜ້ານັ້ນ ຄືຕອນ​ເຊົ້າ​ວັນດຽວກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມບາງ ຂໍ້ມາດຕາຂອງກົດໝາຍ ວ່າດ້ວຍການປ້ອງກັນ ແລະ ດັບເພິງ, ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມ ຂໍ້ມາດຕາ 170 ຂອງກົດໝາຍວ່າດ້ວຍວິ​ສາ​ຫະກິດ. ຂໍ້ມາດຕາ 170 ຂອງກົດໝາຍວ່າດ້ວຍວິ​ສາ​ຫະກິດ​ໄດ້​ກຳນົດ​ວ່າ ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນ​ທີ່​ກົດໝາຍ​ສະບັບ​ນີ້​ມີ​ຜົນ​ສັກສິດ ​ແມ່ນ​ໄດ້​ຮັບ​ການ​ຈົດ​ທະບຽນ​ຄືນ​ໃໝ່​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕາມ​ຂໍ້​ກຳນົດ​ ຂອງກົດໝາຍວ່າດ້ວຍວິ​ສາ​ຫະກິດ ​ແລະ ກົດໝາຍອື່ນໆ​ທີ່​ມີ​ສ່ວນ​ກ່ຽວຂ້ອງ ຫຼື​ຖ້າ​ຫາກ​ບໍ່ ຈົດ​ທະບຽນ​ຄືນ​ໃໝ່ ​ແມ່ນ​ຈະ​ເຄື່ອນ​ໄຫວ​ຕາມ​ໜັງສື​ອະນຸຍາດ​ລົງທຶນ, ກົດ​ລະບຽບ​ຂອງ​ວິ​ສາ​ຫະກິດ ​ແລະ ບັນດາ​ຂໍ້​ກຳນົດ​ອື່ນໆ​ຂອງ​ກົດໝາຍ. ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ກົດໝາຍ​ສະບັບ​ນີ້, ສສຊ ຫຼາ​ຍທ່ານ​ຖຶວ່າ ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ການປັບປຸງ​ເພີ່ມ​ເຕີມ ຂໍ້ມາດຕາ 170 ຂອງກົດໝາຍວ່າດ້ວຍວິ​ສາ​ຫະກິດ ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ນີ້​ແມ່ນ​ບັນຫາ​ທີ່​ສາມາດ​ແກ້​ໄຂ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່ບັນດາ ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​.

     ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເພີ່ມ​ເຕີມບາງຂໍ້ມາດຕາ ຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ດັບເພີງ, ມີ​ຫຼາຍ​ຄຳ​ຄິດ​ຄຳ​ເຫັນ​ໄດ້​ສະ​ເໜີ​ວ່າ ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ​ຄອບຄົວ ​ພ້ອມ​ທັງກຳນົດ​ລະອຽດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຕໍ່​ການ​ທົດ​ແທນ​ຄວາມ​ເສຍ​ຫາຍ​ຖ້າ​ຫາກ ສ່ວນ​ບຸກຄົນ, ​ອົງການ​ສຳນັກງານ​ກໍ່​ໃຫ້​ເກີດ​ເຫດ​ອັກຄີ​ໄພ​ຍ້ອນ​ຂາດ​ຄວາມ​ຮັບຜິດຊອບ. 

ຂ່າວ/ບົດ​ອື່ນ