ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່່າງ ຫວຽດນາມ ແລະ ສ.ເຊັກໂກ ໃຫ້ດີກວ່າອີກ

(VOVWORLD) -ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ສ.ເຊັກໂກ ເປັນສໍາຄັນ. 
ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່່າງ ຫວຽດນາມ ແລະ ສ.ເຊັກໂກ ໃຫ້ດີກວ່າອີກ - ảnh 1ທ່ານ ເຈິ່ນກວັ໊ກເວື້ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕໍ່າ ສ.ເຊັກໂກ (ພາບ: TTXVN)

ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນກວັ໊ກເວື້ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip ຮອງປະທານສະພາຕໍ່າ ສ.ເຊັກໂກ, ປະທານພັກກອມມູນິດ ສ.ເຊັກໂກ ແລະ Morava. ນະທີ່ນີ້, ທ່ານ Vojtech Filip ຢັ້ງຢືນວ່າ ສະພາຕໍ່າ ສ.ເຊັກໂກ ແລະ ພັກກອມມູນິດ ເຊັກໂກ ແລະ Morava ຍາມໃດກໍຖືເປັນສໍາຄັນ ແລະ ສະໜັບສະໜູນແຜນນະໂຍບາຍຂອງການນໍາ ເຊັກໂກ ໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ແລະ ໃນໄລຍະຈະມາເຖິງ ຈະມານະພະຍາຍາມຫຼາຍກວ່າອີກ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃຫ້ນັບມື້ນັບມີຄວາມຜູກພັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈກວ່າເກົ່າ.

        ສ່ວນທ່ານ ເຈິ່ນກວັ໊ກເວື້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ສ.ເຊັກໂກ ເປັນສໍາຄັນ. ພ້ອມທັງປາດຖະໜາຢາກໃຫ້ບັນດາອົງການນິຕິບັນຍັດສອງປະເທດ ແລະ ສອງພັກ ສືບຕໍ່ແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການໃນວຽກງານນິຕິບັນຍັດ ແລະ ວຽກງານກໍ່ສ້າງພັກ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ ປະກອບສ່ວນປັບປຸງການພົວພັນມິດຕະພາບ ແລະ ການຮ່່ວມມືລະຫວ່າງຫວຽດນາມ ແລະ ສ.ເຊັກໂກ ໃນທຸກຂົງເຂດ ພິເສດຖືເປັນສໍາຄັນເລື່ອງເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ.  


ຕອບກັບ

ຂ່າວ/ບົດ​ອື່ນ