ປັບປຸງການພົວພັນມິຕະພາບ, ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ Algeria

(VOVWORLD) - ສະຖານທູດຫວຽດນາມ ປະຈຳ Algeria ແລະ ຫ້ອງການທູດປ້ອງກັນປະເທດ ໄດ້ຈັດພິທິສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ...
ປັບປຸງການພົວພັນມິຕະພາບ, ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ Algeria  - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທິສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (ພາບ: Tan Dat/TTXVN)

ວັນທີ 16 ທັນວາ, ທີ່ນະຄອນຫຼວງ Algeria, ປະເທດ Algeria, ສະຖານທູດຫວຽດນາມ ປະຈຳ Algeria ແລະ ຫ້ອງການທູດປ້ອງກັນປະເທດ ໄດ້ຈັດພິທິສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ( 22 ທັນວາ 1944 – 22 ທັນວາ 2018). ໂດຍມີຜູ້ຕາງໜ້າກະຊວງປ້ອງກັນປະເທດ Algeria ແລະ ທູດປ້ອງກັນປະເທດ ແລະ ທູດທະຫານບັນດາປະເທດເຂົ້າຮ່ວມ.

ທີ່ພິທິສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ຟ້າມກວັກຈູ້ ເນັ້ນໜັກວ່າ ນີ້ແມ່ນໜື່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນ ຂອງສະຖານທູດ ຫວຽດນາມ ກໍ່ຄືຫ້ອງການທະຫານ ປະຈຳ Algeria. ທ່ານເອກອັກຄະລັດຖະທູດ ຟ້າມກວັກຈູ້ ກໍ່ເນັ້ນໜັກເຖິງການພົວພັນອັນດີງາມ ທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ ຫວຽດນາມ ແລະ Algeria ເວົ້າລວມ ແລະ ລະຫວ່າງ ກອງທັບປະຊາຊົນສອງປະເທດເວົ້າສະເພາະ, ພິເສດແມ່ນການຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະ ກັນຕະຫຼອດໄລຍະຕໍ່ສູ້ກູ້ຊາດກ່ອນໜ້ານີ້ ກໍ່ຄືການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ