ປັບປຸງນ້ຳໃຈສາມັກຄີ,ມິດຕະພາບ,ພົວພັນແລກປ່ຽນປະຊາຊົນແມ່ນພື້ນຖານໃຫ້ແກ່ການພັດທະນາການພົວພັນຫວຽດນາມ-ຈີນ

ປັບປຸງນ້ຳໃຈສາມັກຄີ,ມິດຕະພາບ,ພົວພັນແລກປ່ຽນປະຊາຊົນແມ່ນພື້ນຖານໃຫ້ແກ່ການພັດທະນາການພົວພັນຫວຽດນາມ-ຈີນ - ảnh 1
ທ່ານ​ນາງ ຫຼີ​ແ​ຊວຫຼີນ ແລະ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: Doãn Tấn/TTXVN)

(vovworld) – ​ ວັນ​ທີ 15/1, ກ່າ​ວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຈີນ ໂດຍ​ທ່ານ​ນາງ ຫຼີ​ແ​ຊວຫຼີນ, ປະ​ທານ​ສະ​ມາ​ຄົມ​ນຳ​ໜ້າ, ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຕີ​ລາ​ຄາ​ສູງ​ເລື່ອງ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຂອງ 2 ປະ​ເທດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕັ້ງ​ໜ້າຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ທ່ານ​ປະ​ທານ​ປະ​ເທດ ຫວັງ​ວ່າ: 2 ສະ​ມາ​ຄົມ ສືບ​ຕໍ່​ມີການ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ​ເຂົ້າ​ໃນ​ໂຄງ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຈີນ.

        ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ - ຈີນ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ທ່ານ ຫວັງ​ວ່າ 2 ຝ່າ​ຍ​ຮັກ​ສາ​ກາ​ນ​ພົ​ບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ເພີ່ມ​ທະ​ວີ​ການກວດ​ກາ, ກະ​ຕຸກ​ຊຸກ​ຍູ້​ປະ​ຕິ​ບັດ​ບັນ​ດາ​ຂົງ​ເຂດ​ທີ່​ໄດ້​ໃຫ້​ຄຳ​ໝັ້​ນສັນ​ຍາ, ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ພັດ​ທະ​ນາ​ການ​ຮ່ວ​ມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ​, ຂອ​ງ​ທັງພາກ​ພື້ນ ແລະ ​ໂລກ. ນີ້ກໍ່​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ​ຂອງ ຫວຽດ​ນາມ.

        ທ່ານ​ນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທ​ດ​ປະ​ຊາ​ຊົນ ຈີນ ຫຼີ​ແຊວຫຼີນ ຢຶນ​ຢັນ​ວ່າ: ຈະ​ສືບ​ຕໍ່ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົ​ວ​ພັນ​ຕ່າງ​ປະ​ເທດ ປະ​ຊາ​ຊົນ ຈີນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຈີນ - ຫວຽດ​ນາມ ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າ​ງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ການ​ພັດ​ທະ​ນາ​ລວມ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ