ປັບປຸງບັນດາກົດໝາຍວ່າດ້ວຍການປະກັນໄພໃຫ້ແທດເໝາະກັບພຶດຕິກຳຕົວຈິງຂອງຊີວິດການເປັນຢູ່

ປັບປຸງບັນດາກົດໝາຍວ່າດ້ວຍການປະກັນໄພໃຫ້ແທດເໝາະກັບພຶດຕິກຳຕົວຈິງຂອງຊີວິດການເປັນຢູ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ເຮັດ​ວຽກ​ກັບ​ອົງການປະກັນສັງຄົມ ຫວຽດນາມ
(ພາບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 06 ພະຈິກ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໄດ້​ເຮັດ​ວຽກ​ກັບ​ອົງການປະກັນສັງຄົມ ຫວຽດນາມ ກ່ຽວ​ກັບ​ສະພາບ​ການຮັບ, ໜີ້​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ຂອງ​ວິ​ສາ​ຫະກິດພາກ​ເອກະ​ຊົນ ​ແລະ ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນຂອງ​ຕ່າງປະ​ເທດ. ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ​ຕ້ອງ​ປັບປຸງ, ​ເພີມ​​ເຕີ່ມບັນດາ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ, ປະກັນ​​ສຸຂະພາບ ​ໃຫ້​​ແທດ​ເໝາະ​ກັບພຶດຕິ​ກຳ​ຕົວ​ຈິງ, ກວດກາ​ຄືນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ, ​ແກ້​ໄຂ​ບັນດາ​ຈຸດອ່ອນ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາບ​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸ​ມສະ​ໄໝ​ສາມັນ​​ເທື່ອ​ທີ 7 ​ໃນ​ປີ 2014. ທ່ານ​ຮອງ​ນຍາ​ຍົກ​ລັດຖະມົນ​ຕີ ສະ​ເໜີ​ວ່າ ​ໃນ​ຕໍ່ໜ້າ ຕ້ອງ​ຈັດ​ຕັ້ງ​ບັນດາ​ການ​ກວດກາ​ດ້ານວິຊາ​ການຂະ​ແໜງ​ປະກັນສັງຄົມ ​ໂດຍ​ອົງການ​ກວດກາ​ລັດຖະບານເປັນ​ປະທານ, ຂະ​ແໜງ​ປະກັນສັງຄົມ ​ເປັນ​ເສນາ​ທິການສະ​ເໜີ​ກົນ​ໄກ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ແລະ ກະຊວງ​ການ​ເງິນ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ໃຫ້​ກະຊວງ​ການ​ເງິນ, ການ​ຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃນ​ໄຕ​ມາດ​ທີ 1 ປີ 2014 ມີ​ຂໍ້​ຕົກລົງ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນຂ່າວສານກ່ຽວ​ກັບ​ເລື່ອງສ້າງ​ຕັ້ງ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ວິ​ສາ​ຫະກິດ, ​ແຮງ​ງານ​ປະຕິບັດ​ການ​ປະກັນ​ແຮງ​ງານ, ປະກັນ​ສຸຂະພາບ​​ໄດ້​ດີກ​ວ່າ.

ຂ່າວ/ບົດ​ອື່ນ