ປີຫວຽດນາມຢູ່ຝະລັ່ງ ຖືກໄຂຂຶ້ນຢ່າງສົມກຽດ


 ປີຫວຽດນາມຢູ່ຝະລັ່ງ ຖືກໄຂຂຶ້ນຢ່າງສົມກຽດ - ảnh 1

(ພາບ: baobinhduong.org.vn)

 (vovworld)- ພິທີ​ໄຂປີ​ຫວຽດນາມ ​ຢູ່​ຝະລັ່ງ​ ໄດ້​ຖືກ​ຈັດ​ຂຶ້ນຢ່າງ​ສົມ​ກຽດ​ໃນ​ຕອນ​ຄ່ຳ​ວັນ​ທີ 14/2 ​ຢູ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝະລັ່ງ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​ເພື່ອ​ກະກຽມ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຕະຫຼອດ​ປີ 2014 ຢູ່​ຝະລັ່ງ ​ເພື່ອສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ສ.​ຝະລັ່ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮ່ວາງ​ຕວນ​ແອ​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຫວນ​ຄືນ​ໄລຍະ​ພັດທະນາ​ອັນ​ດີງາມ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ 40 ປີຜ່ານມາ, ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ ​ແລະ ປຊຊ ຝະລັ່ງ ຊື່​ງຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ​ຮ່ວາງ​ຕວນ​ແອ​ງ ​ເນັ້ນໜັກ​ວ່າ: ຜົນສຳ​​ເລັດ​ຂອງ ປີ​ຝະລັ່ງ ຢູ່ຫວຽດນາມ ປີ 2013 ​ໄດ້​ປະກອບສ່ວນ​ເພີ່​ມທະວີ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ-ສ.​ຝະລັ່ງ ກ່ວາ​ອີກ, ພິ​ເສດ​ແມ່ນ​ຜ່ານ​ເລື່ອງ​ສອງ​ປະ​ເທດ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໃນ​ໂອກາດ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ຢ້ຽມຢາມ​ຝະລັ່ງ ຢ່າງ​ເປັນ​ທາງ​ການ. ປີ​ຫວຽດນາມ ຢູ່ຝະລັ່ງ 2014 ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​​ແນະນຳ​ພາບ​ພົດ​ປະ​ເທດ​ຫວຽດນາມ ທີ່​ເຂັ້ມຄົ້ນ​ໄປ​ດ້ວຍ​ສີສັນ​ອັນ​ເປັນ​ມູນ​ເຊື້​ອ, ປ່ຽນ​ໃໝ່ ​ແລະ ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ກັບ​ເພື່ອນ​ມິດ​ຝະລັ່ງ.

  ທ່ານ​ລັດຖະມົນຕີ​ຮ່ວາງ​ຕວນ​ແອ​ງ ​ໃຫ້​ຮູ້​ວ່າ: ​ໄປ​ຄຽງ​ຄູ່​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ-​ສິລະ​ປະ, ບັນດາ​ລາຍການ​ຮ່ວມ​ມື​ອື່ນ​ໃນ​ຂົງ​ເຂດ​ການ​ເມືອງ-​ການ​ທູດ-​ເສດຖະກິດ, ວິທະຍາສາດ-​ເຕັກນິກ, ການ​ສຶກສາ…​ ພວມ ​ແລະ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ທັງ​ຫວຽດນາມ ​ແລະ ຝະລັ່ງ./.

 

ຂ່າວ/ບົດ​ອື່ນ