ປະກອບຄຳເຫັນໃຫ້ຮ່າງກົດໝາຍດຳເນີນຄະດີ (ສະບັບປັບປຸງ)

ປະກອບຄຳເຫັນໃຫ້ຮ່າງກົດໝາຍດຳເນີນຄະດີ (ສະບັບປັບປຸງ)  - ảnh 1
(ພາບປະກອບ)

(vovworld) - ທີ່​ການ​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍດຳ​ເນີນ​ຄະດີ (ສະບັບ​ປັບປຸງ), ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ​ແລະ ສານ​ປະຊາຊົນ​ສູງ​ສຸດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/1, ບັນດາຄຳ​ເຫັນ​ປະກອບສ່ວນ​ຫຼາຍຂອງ​ຜູ້​ຊ່ຽວຊານ​ຖື​ວ່າ​, ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ, ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດບັນດາ​ມາດຕາ​​ທີ່​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ, ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິດທິ​ມະນຸດ ​ແລະ ສິດຜົນປະ​ໂຫຍ​ດຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພົນລະ​ເມືອງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮ່າງ​ກົດໝາຍ​ຄວນ​ເຮັດ​ແຈ້ງ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ​ກວ່າ​ຄື: ບັນດາ​ຫຼັກການ​ສະໝັກ​ໃຈ, ຄວາມສະ​ເໝີ​ພາບ; ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ພົນລະ​ເມືອງ, ລະຫວ່າງ​ບຸກຄົນກັບ​ອົງການ​ຂອງ​ລັດ, ລະຫວ່າງ​ລັດ​ວິ​ສາ​ຫະກິດ​ກັບ​ວິ​ສາ​ຫະກິດ​ເອກະ​ຊົນ. ບັນດາ​ນັກ​ຊ່ຽວຊານ​ກໍ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດບາດ​ຂອງ​ໄອຍະການ​ໃນ​ສານ​​ແພ່ງ; ສິດ​ຟ້ອງ​ສານຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ