ປະກາດບົດລາຍງານການຜະລິດ,ດຳເນີນທຸລະກິດຂອງວິສາຫະກິດFDIໄລຍະ2000-2013

ປະກາດບົດລາຍງານການຜະລິດ,ດຳເນີນທຸລະກິດຂອງວິສາຫະກິດFDIໄລຍະ2000-2013 - ảnh 1
ພາບປະກອບ:internet


(vovworld)-​ຕາມ​ບົດ​ລາຍ​ງານ​ໂດຍ​ກະຊວງ​ແຜນການ ​ແລະການ​ລົງທຶນ​ຫວຽດນາມ ຫາ​ກໍ​ປະກາດ​ໃຫ້​ເຫັນ​ວ່າ: ຮອດ​ທ້າຍ​ປີ 2013, ຫວຽດນາມ ມີ​ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ເກືອບ 9100 ​ແຫ່ງ, ​ເພີ່ມ​ຂຶ້ນ​ທົບ 6 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2000. ສະ​ເລ່ຍ​ໄລຍະ 2000-2013 ​ແຕ່ລະ​ປີ ​ເພີ່ມ​ຂຶ້ນ​ເກືອບ 16%. ປະຈຸ​ບັນ ຈຳນວນ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຕ່າງປະ​ເທດ​ພວມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ກໍ່ສ້າງກວມ​ອັດຕາ​ສູງ​ກວ່າ​ໝູ່​ດ້ວຍ 73%, ຖັດມາ​ແມ່ນ​ເຂດ​ບໍລິການ ດ້ວຍ 25,7%.

        ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ​ເຂດ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ປະກອບສ່ວນ​ນັບ​ມື້​ນັບ​​ໃຫຍ່​ຫລວງ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເຖິງ​ວ່າ ບໍ່​ກວມ​ເອົາອັດຕາ​ສ່ວນ​ສູງ​ໃນ​ພາກ​ວິ​ສາ​ຫະກິດ​ກ່ຽວ​ກັບ​ບັນດາ​ດັດຊະນີ​ຄື: ຈຳນວນ​ວິ​ສາ​ຫະກິດ, ຈຳນວນ​ຄົນ​ງານ, ທຶນ ​ແລະ ລາຍ​ຮັບ, ​ແຕ່​​ເຂດ​ນີ້​ພັດ​ກວມ​ອັດຕາ​ສ່ວນ​ສູງ​ກ່ຽວ​ກັບ​ກຳ​ໄລ ​ແລະ ມອບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດ. ປີ 2013, ບັນດາ​ວິ​ສາ​ຫະກິດ FDI ກວມ​ເອົາ 45,4% ຍອດ​ລາຍ​ຮັບ ​ແລະ 30,5% ຍອດ​ຈຳນວນ​ເງິນ​ມອບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດຂອງ​ພາກວິ​ສາ​ຫະກິດທັງ​ໝົດ.

ຂ່າວ/ບົດ​ອື່ນ