ປະກາດບັນຊີລາຍຊື່870ຄົນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ຢ່າງເປັນທາງການ

ປະກາດບັນຊີລາຍຊື່870ຄົນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ຢ່າງເປັນທາງການ - ảnh 1
(ທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ)

(vovworld) - ຕອນ​ບ່າຍ​ວັນ​ທີ 26/04, ສະພາ​ເລືອ​ກຕັ້ງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ປະກາດ​ບັນຊີ​ລາຍ​ຊື່ 870 ຄົນ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຢ່າງ​ເປັນ​ທາງ​ການ​ຢູ່ 184 ຫົວໜ່ວຍ​ເລືອກ​ຕັ້ງ​ພາຍ​ໃນ​ປະ​ເທດ ​ເພື່ອ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 500 ຄົນ. ​ໃນ​ຈຳນວນ 870 ຄົນ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຢ່າງ​ເປັນ​ທາງ​ການ ຕາມ​ແຕ່​ລະ​ຫົວ​ໜ່ວຍ​ເລືອກ​ຕັ້ງ, ມີ 197 ຄົນ ​​​ໂດຍ​ຜ່ານສູນ​ກາງ​ແນະນຳ, 673 ຄົນ​​ໂດຍ​ທ້ອງ​ຖິ່ນ​ແນ​ະນຳ ບັນລຸອັດຕາ​ຜູ້​ອອກ​ສະມັກ​ຮັບ​ເລືອກ​ຕັ້ງ 1,74 ຄົນ / ສ.ສ.ຊ 1 ຄົນ ​ໄດ້​ເລືອກ​ຕັ້ງ (​ໃນ​ນັ້ນ​ ມີ 11 ຄົນ​ອອກ​ສະໝັກ​ຮັບ​ເລືອກຕັ້ງ​ເອງ). ​ໂຄງປະກອບ​ລວມຂອງ​ທົ່ວ​ປະ​ເທດ​ຄື​ດັ່ງ​ນີ້: ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ແມ່ຍິງ: 339 ຄົນ (ບັນລຸ 38,97%); ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍ: 204 ຄົນ (23,45%); ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງບໍ່​ເປັນ​ສະມາ​ຊິກພັກ: 97 ຄົນ (11,15%); ຜູ້​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາ​ດຊຸດ​ທີ 13 ອອກ​ສະໝັກ​ຮັບ​ເລືອກ​ຄັ້ງຄືນ​ໃໝ່: 168 ຄົນ (19,31%); ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ແມ່ນໄວ​ໜຸ່ມ (ອາຍຸ​ຕ່ຳກ່ວາ 40 ປີ): 268 ຄົນ (30,80%).

 

ຂ່າວ/ບົດ​ອື່ນ