ປະກາດບັນດາເຫດການ20ປີແຫ່ງລາງວັນຄຸນນະພາບລະດັບຊາດ
ປະກາດບັນດາເຫດການ20ປີແຫ່ງລາງວັນຄຸນນະພາບລະດັບຊາດ
(ພາບ: nhandan)
(vovworld) – ຕອນບ່າຍວັນທີ 05/01, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີປະກາດບັນດາເຫດການ “20 ປີແຫ່ງລາງວັນຄຸນນະພາບລະດັບຊາດ” (1996 - 2016). ກ່່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫງວຽນກວນ ໃຫ້ຮູ້ວ່າ, ວິທະຍາສາດ ແລະ ເຕັກໂນໂລຊີ ຈະມີພະລັງຊີວິດ ແລະ ແຜ່ຂະຫຍາຍຢ່າງກວ້າງແຂວງ ເມື່ອໄດ້ນຳໃຊ້ໃນພາກຕົວຈິງ, ພິເສດແມ່ນນຳໃຊ້ເຂົ້າໃນວິສາຫະກິດ. ສະມັດຕະພາບ, ຄຸນນະພາບແມ່ນບັນຫາເປັນຕາຍຂອງວິສາຫະກິດ ແລະ ແມ່ນບັນຫາແກ່ນສານຂອງພື້ນຖານເສດຖະກິດຫວຽດນາມ ໃນສະພາບຄືປະຈຸບັນ.
ລາງວັນຄຸນນະພາບຫວຽດນາມ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຕັ້ງປະຈຳປີ, ເພື່ອແນໃສ່ພິຈາລະນາ, ຕີລາຄາ ແລະ ມອບບັນດາຂອງຂວັນໃຫ້ວິສາຫະກິດບັນລຸຜົນງານທີ່ພົ້ນເດັ່ນ ໃນການປັບປຸງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ປະກອບສ່ວນດີພໍສົມຄວນໃຫ້ຂະບວນການສ້າງສະມັດຕະພາບ - ຄຸນນະພາບຫວຽດນາມ.