ປະ​ກ​າດ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຄົ້ນ​ຄວ້າບູ​ຮານ​ຄະ​ດີ ຢູ່ ຫວຽດ​ນາມ ໃນ 10 ປີ ຜ່ານ​ມາ

(VOVWORLD) -      ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 10 ປີ, ຕອນບ່າຍວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າ ກຳແພງເມືອງ, ສະຖາບັນບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ປະກາດຜົນງານແຫ່ງການຄົ້ນຄວ້າບູຮານຄະດີ ແລະ ໝູນໃຊ້ເຕັກໂນໂລຢີ, ອອກແບບວາງສະແດງຢູ່ຫໍພິພິທະພັນ, ໂຄສະນາມໍລະດົກວັດທະນະທຳ ຫວຽດນາມ. 
ປະ​ກ​າດ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຄົ້ນ​ຄວ້າບູ​ຮານ​ຄະ​ດີ ຢູ່ ຫວຽດ​ນາມ ໃນ 10 ປີ ຜ່ານ​ມາ - ảnh 1ໝາກຜົນໃນການຄົ້ນຄວ້າວິທະຍາສາດ ມີຄວາມໝາຍດ້ານການເມືອງ ແລະ ວິທະຍາສາດຢ່າງເລິກເຊິ່ງ (ພາບ: TTXVN)

ໝາກຜົນໃນການຄົ້ນຄວ້າວິທະຍາສາດຂອງ ສະຖາບັນຄົ້ນຄວ້າກຳແພງເມືອງ ໄດ້ສະແດງໃຫ້ເຫັນ ສອງໜ້າທີ່ຢ່າງຈະແຈ້ງ ນັ້ນຄື ໂຄງການ “ດັດປັບ, ຄົ້ນຄວ້າ, ຕີລາຄາຄຸນຄ່າ ແລະ ສ້າງເອກະສານວິທະຍາດເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ” ແລະ ໜ້າທີ່ “ຂຸດຄົ້ນ, ຄົ້ນຄວ້າບູຮານຄະດີ ເຂດປູຊະນີຍະສະຖານພື້ນວັດ ຢູ່ (ກຽນຢາງ) ຂຶ້ນກັບແຜນຮ່າງ “ຄົ້ນຄວ້າເຂດປູຊະນີຍະສະຖານບູຮານຄະດີ ເນັ່ນຈົ່ວ - ບາເທ, ເນັ້ນຈົ່ວ(ວັດທະນະທຳ ອອກແອວ ພາກໃຕ້)”. ໄປຄຽງຄູ່ກັນນັ້ນ, ບັນດາໝາກຜົນໃນການອອກແບບວາງສະແດງຢູ່ຫໍພິພິທະພັນ, ການໂຄສະນາມໍລະດົກວັດທະນະທຳ ກໍສະແດງໃຫ້ເຫັນຢ່າງປະທັບໃຈ ຜ່ານບັນດາໂຄງການຄື: ໂຄງການ “ວາງສະແດງມໍລະດົກ, ວັດຖຸພັນຢູ່ຊັ້ນໃຕ້ດິນ ຫໍສະພາແຫ່ງຊາດ; ໂຄງການ “ວາງສະແດງໂຄສະນາມໍລະດົກວັດທະນະທຳ ສະໄໝ ລາດຊະວົງ ດິງ ແລະ ໄລຍະທຳອິດຂອງລາດຊະວົງເລ” ຢູ່ເຂດປູຊະນີຍະສະຖານ ກຸງເກົ່າ ຮວ່າລື (ນິງບິ່ງ). ນີ້ແມ່ນບັນດາໂຄງການທີ່ມີຄວາມໝາຍດ້ານການເມືອງ ແລະ ວິທະຍາສາດຢ່າງເລິກເຊິ່ງ, ມີຄວາມສຳຄັນເປັນພິເສດໃນການຄົ້ນຄວ້າຕີລາຄາຄຸນຄ່າ ແລະ ສ້າງເອກະສານວິທະຍາສາດໃຫ້ແກ່ບັນດາມໍລະດົກບູຮານຄະດີ ແລະ ໂຄສະນາມໍລະດົກວັດທະນະທຳ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ