ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນສວດມົນພາວະນາ ໃຫ້ແກ່ບັນດາຜູ້ປະສົບ ເຄາະຮ້າຍຈາກ ຄື້ນຍັກ

ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນສວດມົນພາວະນາ ໃຫ້ແກ່ບັນດາຜູ້ປະສົບ ເຄາະຮ້າຍຈາກ ຄື້ນຍັກ - ảnh 1
ພິທີສວດມົນພາວະນາ
(ພາບ: vietnamplus.vn)

(vovworld) - ​ເນື່ອງ​​ໃນ​ໂອກາດຄົບຮອບ 1 ປີ ​ແຫ່ງ​ວັນ​ເກີດ​ເຫດ​ແຜ່ນດິນ​ໄຫວ ​ແລະ ຄື້ນຍັກ​ຢູ່​ຍີ່​ປຸ່ນ, ຕອນ​ບ່າຍ​ວັນ​ທີ 11/3, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ​ໄດ້​ສົມທົບ​ກັບ​ວັດ Nisshinkutsu ຈັດ​ຕັ້ງ​ພິທີ ສວດ​ມົນ​ພາວະ​ນາ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ​ເພື່ອ​ແນ​ໃສ່​ສະ​ແດງ​ນ້ຳ​ໃຈ​ສາມັກຄີ, ​ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ພະ​ມະຫາ​ອາຈານ Yoshimizu Daiichi, ​ເຈົ້າ​ອາວາດວັດ Nisshinkutsu ​ໃຫ້​ຮູ້​ວ່າ: ​ໃນ​ໄພພິບັດ​ທີ່​ຜ່ານ​ມາ, ຍີ່​ປຸ່ນ​ໄດ້​ຮັບ​ການ​ແບ່ງປັນ ​ແລະ ຊ່ວຍ​ເຫຼືອ​ຫຼາຍ​ຢ່າງຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ ພະ​ມະຫາ​ອາຈານ Yoshimizu Daiichi ຖື​ວ່າ: ນັ້ນ​ແມ່ນ​ຄວາມ​ເມ​ດຕາ​ຈິດ, ​ໃຈ​ບຸນຂອງ​ຊາວ​ຫວຽດນາມ. ພາຍ​ຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ, ບັນດາ​ພະ​ມະຫາ​ອາຈານ ​ແລະ ພະສົງ​ສຳມະ​ເນັນ ​ໄດ້​ພ້ອມ​ກັນ​ສະ​ຫງວນ​ເວລາ 1 ນາທີ​ເພື່ອ ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫ​ດ​ແຜ່ນດິນ​ໄຫວ ​ແລະ ຄື້ນຍັກ. ​ເອື້ອຍ ຫງວຽນ​ທິກິມທູ, ຊາວ​ຫວຽດນາມ ຢູ່ ຍີ່​ປູ່​ນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສວ​ດມົນ​ພາວະນາ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ຢາກ​ແບ່ງປັນ ​ແລະ ຮຽກຮ້ອງ​ໃຫ້​ທຸກ​ຄົນ​ຊ່ວຍ​ເຫຼືອ​ດ້ວຍ​ນ້ຳ​ໃຈ​ມະນຸດສະທຳ. ​ເນື່ອງ​​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ບັນດາ​ນ້ຳ​ໃຈ​ເມດ​ຕາ​ຈິດ​ຂອງ​ຊາວ​ຫວຽດນາມ​ເວົ້າ​ລວມ ​ແລະ ຊາວ​ຫວຽດນາມ​ໃນ​ທົ່ວໂລກ ຈົ່ງ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ກັບ​​ເຄາະ​ຮ້າຍ”

ການ​ຊ່ວຍ​ເຫຼືອ, ​ແບ່ງປັນຂອງ​ປະ​ເທດ​ ​ແລະ ຊາວ​ຫວຽດນາມ​ທີ່​ມີ​ຕໍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນດິນ​ໄຫວ, ຄື້ນຍັກ​ຢູ່​ຍີ່​ປຸ່ນ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ​້​ເຮັດ​ໃຫ້​ຊາວ​ຍີ່​ປຸ່ນຕື້ນ​ຕັນ​ໃຈ​ທີ່​ສຸດ.

ຂ່າວ/ບົດ​ອື່ນ