ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍກ່າວປະນາມ ບັນດາການກະທຳ ວິນາດຂອງຈີນ


ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍກ່າວປະນາມ ບັນດາການກະທຳ ວິນາດຂອງຈີນ - ảnh 1

ກຳ​ປັ່ນຂອງ​ຫວຽດນາມ​ຖືກ​ກຳ​ປັ່ນ​ຂອງຈີນ​ຕ່ຳ​ໃສ່

(ພາບ: nguyentandung.or)

 (vovworld)- ຄະນະ​ບໍລິຫານສະມາຄົມ​ຊາວ​ຫວຽດນາມ ​ຢູ່ລັດ​ເຊຍ ຫາ​ກໍ່ອອກສຽງ ສະ​ແດງ​ທັດສະນະ, ຫຼັກໝັ້ນຂອງ​ປະຊາຊົນ​ໃນ ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່ລັດ​ເຊຍ ​ເປັນ​ຈຳນວນ​ຫຼາຍ ທີ່​ມີ​ຕໍ່​ເລື່ອງ​ຈີນ ​ຕັ້ງຮ້ານ​ເຈ​າະນ້ຳມັນຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ສະມາຄົມ​ຊາວ​ຫວຽດນາມ ​ຢູ່ລັດ​ເຊຍ ​ໄດ້​ກ່າວ​ປະນາມ​ບັນດາ​ການ​ກະທຳ​ວິນາດ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຈີນ ​ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ​ໂດຍ​ທັນທີ. ທ່ານ​ເຈືອງ​ກວາງ​ຢາ​ວ ປະທານສະມາຄົມ​ຊາວ​ຫວຽດນາມ ​ຢູ່ລັດ​ເຊຍ ​ໃຫ້​ຮູ້​ວ່າ:

   “​ໂດຍ​ແມ່ນ​ນັກ​ປະຫວັດສາດ​ຜູ້​ໜຶ່ງ, ຂ້າພະ​ເຈົ້າຮູ້​ວ່າ, ​ຝ່າຍ​ຈີນ​ໄດ້​ອີງ​ຕາມ​ກຳລັງ​ແຮງ ​ແລະ ກຳລັງ​ຂອງ​ຕົນ​ເພື່ອ​ຍຶດຄອງ, ທັງ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ທັນ​ສະ​ໄໝ​ທີາສຸດ​ໃນປະຈຸ​ບັນອີກ. ​ແຕ່​ຂ້າພະ​ເຈົ້າຫວັງ​ວ່າຫວຽດນາມ​ ຕ້ອງ​ນຳ​ບັນຫາ​ນີ້​ອອກ​ສູ່​ສານ​ສາກົນ ຍ້ອນ​ວ່າ, ນີ້​ແມ່ນ​ບັນຫາ​ຂອງ​ກົດໝາຍ, ປະຊາຊົນ​ໂລກ​ຈະ​ສະໜັບສະໜູນ​ພວກ​ເຮົາ ​ແລະ ພວກ​ເຮົາ​ຈະ​ໄດ້​ຮັບ​ໄຊຊະນະ“./.

ຂ່າວ/ບົດ​ອື່ນ