ປະຊາຄົມຊາວຫວຽດນາມຢູ່Algeriaຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ

ປະຊາຄົມຊາວຫວຽດນາມຢູ່Algeriaຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ - ảnh 1
ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ Algeria
(ພາບ: vietnam+)

(vovworld) -     ຕອນ​ຄ່ຳ​ວັນ​ທີ 28/01, ສະຖານທູດ ຫວຽດນາມ ປະຈຳ Algeria ຈັດ​​ບຸນ​ເຕັດ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ Algeria. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫວູ​ເທ​ຮ້ຽບ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Algeria ​ເນັ້ນ​ໜັກ​ວ່າ: ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ວັນ​ບຸນ​ເຕັດ​ສຳລັບ​ຊາວ ຫວຽດນາມ, ພິ​ເສດ ​ໃນ​ປີ​ນີ້ ບຸນ​ເຕັດ​ຂອງ​ປະຊາ​ຄົມຊາວ ຫວຽດນາມ ຢູ່ Algeria ​ໄດ້​ຈັດ​ຕັ້ງກົງ​ກັບ​ໂອກາດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວປະ​ເທດ​ຄັ້ງທີ 12 ຂອງ​ພັກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ປາດ​ຖະໜາ​ວ່າ: ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກ​ຄີ, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ສຳ​ເລັດພັນທະ​ເປັນ​ພົນລະ​ເມືອງ​ສຳລັບ​ອຳນາດ​ການ​ປົກຄອງປະຈຳ​ຖິ່ນ Algeria, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ ​ແລະ Algeria.

ຂ່າວ/ບົດ​ອື່ນ