ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້

ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້  - ảnh 1
ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນຈັດຕັ້ງພິທີສະ​ເຫຼີ​ມສະຫຼອງ 41 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ
(ພາບ: Mạnh Hùng/Vietnam+)

(vovworld) - ສະ​ເຫຼີ​ມສະຫຼອງ 41 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປະຊາ​ຄົມ​ຊາວ​ ຫວຽດນາມ​ຢູ່​ ເຢຍລະ​ມັນ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​. ວັນ​ທີ 30/4, ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຢູ່​ລັດ Sachsen-Anhalt ຈັດ​ຕັ້ງ​ງານ​ພົບ​ປະ​ເພື່ອນ​ຮ່ວມ​ກົມ​ກອງ, ຈັດ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ​ທີ 4. ນະ​ພິທີ, ຕາງໜ້າ​ສະຖານທູດ ຫວຽດນາມ​ປະຈຳ ​ເຢຍລະ​ມັນ, ພົນ​ເອກ ຈິ້ງ​ກວົກວຽດ ທີ່​ປຶກສາ​ດ້ານ​ການ​ທະຫານ ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຢູ່​ເຢຍລະ​ມັນ ​​ເວົ້າ​ລວມ ​ແລະ ລັດ Sachsen-Anhalt ​ເວົ້າ​ສ​ະ​ເພາະ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ບັນດາ​ສະມາຊິກ​ສະມາຄົມ ​ແລະ ສືບ​ຕໍ່​​ເປັນແກ່ນສານ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ຊາວ ຫວຽດນາມ​ຢູ່​ເຢຍລະ​ມັນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ສາມັກຄີ, ​ເຊື່ອມ​ໂຍງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ