ປະຊາຄົມຊາວຫວຽດນາມຢູ່ໄທ ໂອ້ລົມສົນທະນາກ່ຽວກັບຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະຊາຄົມຊາວຫວຽດນາມຢູ່ໄທ ໂອ້ລົມສົນທະນາກ່ຽວກັບຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບປະກອບ: phapluatvn.vn)

(vovworld) - ວັນ​ທີ 21/3, ສະຖານທູດ​ຫວຽ​ດນາມ ປະຈຳ​ບາງກອກ-​ປະ​ເທດ​ໄທ ​ໄດ້​ຈັດຈັດການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໃຫ້​ແກ່ປະຊາ​ຄົມ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ, ຮ່ຳຮຽນຢູ່​ໄທ​. ນະ​ທີ່​ນີ້, ທ່ານ​ນິງວຽດ​ທົງ, ​ເລຂາທິການ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ບາງກອກ ສະ​ແດງ​ໃຫ້​ເຫັນ​ຄວາມສົນ​ໃຈ​ຂອງປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ​ ຕໍ່​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ:

   “​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ປັບປຸງ​ລັດຖະທຳ​ມະນູນ​ແມ່ນ​ຕັ້ງໜ້າ​ທີ່​ສຸດ, ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ທຸກ​ດ້ານ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ພວກຂ້າພະ​ເຈົ້າມີ​ຄວາມ​ເຊື່ອໝັ້ນທີ່​ສຸດ​ຕໍ່​ພັກ​ກອມູນິດ​ຫວຽດນາມ ​ໃນ​ບົດບາດນຳ​ພາ. ການ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ລັດຖະທຳ​ມະນູນ​ແມ່ນ​ຖືກຕ້ອງ, ສອດຄ່ອງ​ກັບປະ​ເທດ ສສ ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ“.

ຂ່າວ/ບົດ​ອື່ນ