ປະຊາຄົມວິທະຍາສາດ ຫວຽດນາມ ປະຈຳຝລັ່ງ ສືບຕໍ່ຢືນຢັນທີ່ຕັ້ງ

ປະຊາຄົມວິທະຍາສາດ ຫວຽດນາມ ປະຈຳຝລັ່ງ ສືບຕໍ່ຢືນຢັນທີ່ຕັ້ງ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 25/05, ສະມາຄົມ​ວິທະຍາສາດ ​ແລະ ຊ່ຽວຊານ​ຫວຽດນາມ ປະຈຳ​ຝລັ່ງ (AVSE) ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ​ແລະ ຍົກ​ອອກ​ທິດ​ທາງ​ໃນ​ອາຍຸ​ການ​ໃໝ່. ທ່ານ​ປະທານ AVSE ຫງວຽນ​ດຶດ​ເຄືອງ ຖື​ວ່າ ​ເພື່ອ​ດຶງ​ດູດ​ແຫຼ່ງປັນຍາ​ຂອງ​ປະຊາ​ຄົມ​ວິທະຍາສາດ, ນັກຄົ້ນຄວ້າຫວຽດນາມ ປະຈຳ​ຝລັ່ງກວ່າ​​ອີກ, ກໍ​ຄື​ການ​ໜູນ​ຊ່ວຍ​ຂອງ​ວົງ​ການ​ນັກ​ຄົ້ນຄວ້າ​ຝລັ່ງ ຢ່າງ​ຕັ້ງໜ້າ, AVSE ຈະ​ສູ້​ຊົນ​ຍົ​ກສູງ​ທີ່​ຕັ້ງ ​ແລະ ກຳລັງ​ແຜ່ຂະຫຍາຍ​ຂອງ​ຕົນ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່​ຝລັ່ງ ​ແລະ ​ເອີ​ລົບ, ຢືນຢັນ​ອິດ​ທິພົນ​ຊື່​ສຽງ​ຂອງ​ສະມາຄົມ​ວິ​ທະ​ຍາ​ສາດ​ຫວຽດນາມ ​ໃນ​ປະຊາ​ຄົມ​ວິທະຍາສາດ​ຝລັ່ງ. ​ໃນ​ອາຍຸ​ການ 2013 – 2015 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, AVSE ຈະ​ເພີ່ມ​ທະວີ​ການ​ພັດທະນາ​ເຄືອຂາຍບັນດາ​ນັກ​ຄົ້ນ​ຄວ້າ​ວິທະຍາສາດ, ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ​ທຳ​ມະ​ຊາດ ​ແລະ ວິທະຍາສາດ​ນຳ​ໃຊ້​ກວ່າ​ອີກ. ສະມາຄົມ​ມີ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາປະຈຳ​ປີ ຕາມ​ທິດ​ສະ​ເພາະ, ລົງ​ເລີກ​; ​ເພີ່ມ​ທະວີວຽກ​ງານ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນດາ​ອົງການຄົ້ນຄວ້າ​ວິທະຍາສາດ​ຂອງຝລັ່ງ ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ; ​ແລກປ່ຽນ​ກັບຄູ່​ຮ່ວມ​ມືຕ່າງໆ​ຢູ່​ຫວຽດນາມ ​ເພື່ອ​ລົງທຶນ​ເຂົ້າ​​ບັນດາ​​ໂຄງການຄົ້ນຄວ້າ​ຕົວ​ຈິງທີ່ມີ​ຄວາມ​ສາມາດ​ໝູນໃຊ້​ໃຫ້​ແກ່​ພາ​ລະ​ກິດ​ພັດທະນາ​ເສດຖະກິດ, ສັງຄົມ, ວິທະຍາສາດ​ຂອງ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ