ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ສົ່ງ​ຄວາມ​ເສ​ລີ​ໃຫ້​ແກ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ນີ​ເຊ M. Bazoum

(VOVWORLD) - ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ Volker Turk ກໍ່ໄດ້ຮຽກຮ້ອງໃຫ້ປະຕິບັດບັນດາຄວາມມານະພະຍາຍາມເພື່ອແນໃສ່ຟື້ນຟູລັດຖະທຳມະນູນ ແລະ ອຳນາດກົດໝາຍ. 
ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ສົ່ງ​ຄວາມ​ເສ​ລີ​ໃຫ້​ແກ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ນີ​ເຊ M. Bazoum - ảnh 1ທ່ານປະທານາທິບໍດີ ນີເຊ Mohamed Bazoum (ພາບ:  AFP/TTXVN)

ປະຊາຄົມສາກົນສືບຕໍ່ສະແດງຄວາມວິຕົກກັງວົນ ຕໍ່ບັນດາການຜັນແປທີ່ສັບສົນຢູ່ ນີເຊ. ວັນທີ 27 ກໍລະກົດ, ກະຊວງການຕ່າງປະເທດ ເຢຍລະມັນ ໄດ້ກ່າວປະນາມການກໍ່ລັດຖະປະຫານຢູ່ປະເທດນີ້ ແລະ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ການໃຊ້ຄວາມຮຸນແຮງບໍ່ແມ່ນວິທີການເພື່ອປະຕິບັດບັນດາຜົນປະໂຫຍດດ້ານການເມືອງ ຫຼືສ່ວນຕົວ, ພ້ອມທັງຮຽກຮ້ອງໃຫ້ສົ່ງຄວາມເສລີ ໃຫ້ແກ່ທ່ານປະທານາທິບໍດີ ນີເຊ Mohamed Bazoum ຢ່າງທັນທີ.

ສ່ວນລັດເຊຍ ໄດ້ຮຽກຮ້ອງໃຫ້ທະຫານປ່ອຍຕົວທ່ານປະທານາທິບໍດີ Mohamed Bazoum ເປັນອິດສະຫຼະ ໂດຍໄວ, ຮຽກຮ້ອງໃຫ້ທຸກຝ່າຍທີ່ປະທະກັນ ຈົ່ງລະງັບໃຈການນຳໃຊ້ຄວາມຮຸນແຮງ ແລະ ແກ້ໄຂທຸກການຂັດແຍ້ງກັນດ້ວຍການເຈລະຈາສັນຕິພາບ ແລະ ສ້າງສັນ.

ໃນຂະນະນັ້ນ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ Volker Turk ກໍ່ໄດ້ຮຽກຮ້ອງໃຫ້ປະຕິບັດບັນດາຄວາມມານະພະຍາຍາມເພື່ອແນໃສ່ຟື້ນຟູລັດຖະທຳມະນູນ ແລະ ອຳນາດກົດໝາຍ. ທ່ານ Volker Turk ເລັ່ງໃຫ້ສົ່ງຄວາມເສລີ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ທ່ານປະທານາທິບໍດີ Mohamed Bazoum ຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ