ປະຊາຄົມສາກົນກ່າວປະນາມISເຫດວາງລະເບີດກໍ່ການຮ້າຍຢູ່Yemen

ປະຊາຄົມສາກົນກ່າວປະນາມISເຫດວາງລະເບີດກໍ່ການຮ້າຍຢູ່Yemen - ảnh 1
​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ຢູ່ Yemen
(ພາບ: Reuters)


(vovworld)- ວັນ​ທີ 20/3, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ໄດ້​ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ບັນ​ດາ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ຢູ່ Yemen ພ້ອມ​ທັງ​ຖື​ວ່າ ນັ້​ນ​ແມ່ນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ 2 ຄັ້ງໃນ​ວັນ​ທີ 20/3 ເລັ່ງ​ໃສ່ ໂບດອິດ​ສະ​ລາມ ຢູ່​ນະ​ຄອນ​ຫລວງ Sanaa ​ຊື່ງ​ແມ່ນ​ບ່ອນ​ທີ່​ທະ​ຫານ​ກະ​ບົດ​ອິດ​ສະ​ລາມ​ນິ​ກາຍ Shi’ite Houthi ພວມ​ສວດ​ມົນ ໄດ້​ເຮັດ​ໃຫ້ 142 ຄົນ​ຖືກ​ເສຍ​ຊີວິດ. ທຳ​ນຽບ​ຂາວ ກໍ​ໄດ້​ກ່າວ​ປະ​ນາມ​ເຫດ​ວາງ​ລະ​ເບີດສອງ​ຄັ້ງ​ດັ່ງ​ກ່າວ. ໃນ​ວັນ​ດຽວ​ກັນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ລັ່ງ ທ່ານ Romain Nadal ກໍ​ໄດ້​ກ່າວ​ປະ​ນາມ​ຢ່າງ​ແຮງ​ບັນ​ດາ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ດັ່ງ​ກ່າວ.

 

 

ຂ່າວ/ບົດ​ອື່ນ