ປະຊາຄົມໂລກຊຸກຍູ້ຝ່າຍຄ້ານຊີຣີເຂົ້າຮ່ວມກອງປະຊຸມເຊີແນວ2

ປະຊາຄົມໂລກຊຸກຍູ້ຝ່າຍຄ້ານຊີຣີເຂົ້າຮ່ວມກອງປະຊຸມເຊີແນວ2 - ảnh 1
ກອງ​ປະຊຸມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ”
(ພາບ: AFP/TTXVN)


(vovworld) – ວັນ​ທີ 12/1, ກອງ​ປະຊຸມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ” ​ໄດ້​ເຕົ້າ​ໂຮມ 11 ປະ​ເທດ ຝ່າຍ​ຕາ​ເວັນ​ຕົກ ​ແລະ ອາຣັບ ສະໜັບສະໜູນ​ຝ່າຍ​ຄ້ານ ​ໂດຍ​ ອາ​​ເມ​ລິ​ກາ ນຳ​ໜ້າ, ​ໄດ້​ໂຮມປະຊຸມ​ຢູ່​ນະຄອນຫຼວງ ປາຣີ ຂອງ ຝຣັ່ງ. ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ​, ບັນດາ​ປະ​ເທດ​​ເຂົ້າ​ຮ່ວມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຊຸກຍູ້​ພັນທະ​ມິດ​ຊົນ​ຊາດ ຊີຣີ (SNC) ​ເຂົ້າ​ຮ່ວມ​ວິວັດ​ການ​ເຈລະຈາ​ກັບ ລັດ​ຖະບານ ຊີຣີ, ກອ່ນອື່ນ​ໝົດ​ແມ່ນ​ກອງ​ປະຊຸມ ​ເຊີ​ແນວ 2 ຢູ່ ສະ​ວິດ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 22/1 ຈະ​ມາ​ເຖິງ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຄຳ​ຕັກ​ເຕືອນ​ຢ່າງ​ແຮງກັບ​ຝ່າຍ​ຄ້ານ ຊີຣີ, ​ໃນ​ສະພາບ​ທີ່​ຝ່າຍ​ນີ້ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ທີ່​ກອງ​ປະຊຸມ​ ​ເຊີ​ແນວ 2  ຖ້າ​ຫາກ​ບໍ່ມີ​ບັນດາ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ. ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ, ທ່ານ Laurent Fabius ຮຽກ​ຮ້ອງ​ໃຫ້​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ ຕາ​ເວັນ​ອອກ​ກາງ ຄວນ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ເຊີ​ແນວ​ ຄັ້ງ​ທີ 2, ຍ້ອນ​ມີ​ພຽງ​ມາ​ດຕະການ​ການ​ເມືອງ​ຈຶ່ງ​​ສາມາດ​ແກ້​ໄຂ​ວິ​ກິດ​ການ​​ໃນປະຈຸ​ບັນ​ຢູ່ ຊີຣີ ​ໄດ້.


ຂ່າວ/ບົດ​ອື່ນ