ປະຊາຄົມໂລກໃຫ້ຄຳໝັ້ນສັນຍາຊ່ວຍເຫລືອຈຳນວນເງິນ6ຕື້USDໃຫ້ແກ່ຊີຣີ
ຊາວຊີຣີ ອອກຈາກບ້ານເກີດເມືອງນອນຍ້ອນສົງຄາມ
ພາບ:TTXVN
|
(vovworld)- ວັນທີ 5/4, ທີ່ “ກອງປະຊຸມສະຫນັບສະຫນູນອະນາຄົດ ຊີຣີ ແລະ ພາກພື້ນ” ດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊີກ, ທ່ານ Christos Styliandides, ກຳມະການ ເອີລົບ ຮັບຜິດຊອບການຊ່ວຍເຫລືອມະນຸດສະທຳ ໄດ້ຖະແຫລງວ່າ ກອງປະຊຸມໄດ້ຮັບຈຳນວນເງິນ 6 ຕື້ USD ຈາກບັນດານັກອຸປະຖຳ ທີ່ສະຫງວນໃຫ້ສະເພາະປີນີ້, ໃນນັ້ນ ສະຫະພາບເອີລົບ (EU), ຊື່ງແມ່ນນັກອຸປະຖຳມະນຸດສະທຳໃຫຍ່ສຸດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກການປະທະກັນຢູ່ ຊີຣີ ໃຫ້ຄຳໝັ້ນສັນຍາຈະຊ່ວຍເຫລືອ 1,3 ຕື້ USDໃຫ້ປີ 2017. ນອກຈາກບັນດາຄຳໝັ້ນສັນຍາຊ່ວຍເຫລືອມະນຸດສະທຳແລ້ວ, ກອງປະຊຸມຢູ່ ບຣຸກແຊນ ຍັງຍົກອອກບັນດາເນື້ອໃນຄາດວ່າກະກຽມໃຫ້ແກ່ກິດຈະການສ້າງຕັ້ງ ຊີຣີ ຄືນໃຫມ່ ພາຍໃຕ້ການປົກປ້ອງຂອງປະຊາຄົມໂລກໃນກໍລະນີບັນລຸໄດ້ສັນຕິພາບຢູ່ປະເທດນີ້. ກອງປະຊຸມຢູ່ ບຣຸກແຊນ ກໍ່ໄດ້ຮຽກຮ້ອງປະຊາຄົມໂລກພ້ອມກັນສົມທົບກັນກະທຳ, ສ້າງກາລະໂອກາດກ່ຽວກັບການສຶກສາ ແລະ ວຽກເຮັດງານທຳໃຫ້ແກ່ຊາວອົບພະຍົບເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດຂອງປະເທດຮັບເອົາຊາວອົບພະຍົບ ແລະ ສະຫນັບສະຫນູນໃຫ້ແກ່ວິວັດການສັນຕິພາບຢູ່ ຊີຣີ.