ປະຊາຊົນຈົ່ງເຊື່ອໝັ້ນຕໍ່ນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ
ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຫງວຽນວັນບິ່ງ
(ພາບ: chinhphu.vn)
(vovworld) – ໃນລາຍການ “ປະຊາຊົນຖາມ ລັດຖະມົນຕີຕອບ” ອາທິດຜ່ານມາເຊິ່ງໄດ້ຖ່າຍທອດໃນໂທລະພາບຫວຽດນາມ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຫງວຽນວັນບິ່ງ ໃຫ້ຮູ້ວ່າ: ແນວທາງໃນນະໂຍບາຍເງິນຕາຂອງທະນາຄານແຫ່ງລັດແຕ່ຕົ້ນອາຍຸການ ຮອດທ້າຍອະຍຸການ ແລະ ໃນຊຸມປີຕໍ່ໄປແມ່ນຮັກສາມຸນຄ່າເງິນດົ່ງຂອງ ຫວຽດນາມ ແລະ ຍົກສູງທີ່ຕັ້ງຂອງສະກຸນເງິນດົ່ງ ຫວຽດນາມ ໃນການລົງທຶນເຂົ້າຂົງເຂດຕ່າງໆ.
ຜູ້ວ່າການທະນາຄານແຫ່ງລັດ ຫງວຽນວັນບີ່ງ ກໍ່ໃຫ້ຮູ້ແຜນຮ່າງສ້າງໂຄງປະກອບລະບົບທະນາຄານແຫ່ງລັດຄືນໃໝ່ ເຊິ່ງລັດຖະບານໄດ້ຮັບຮອງເອົາໃຫ້ໄລຍະແຕ່ນີ້ຮອດປີ 2020. ຕາມນັ້ນແລ້ວ, ໜ້າທີ່ຂອງການສ້າງໂຄງປະກອບລະບົບທະນາຄານໃນປີ 2013 ແມ່ນແກ້ໄຂບັນດາທະນາຄານອ່ອນດ້ອຍທີ່ສຸດຢ່າງເດັດຂາດ ແລະ ມາຮອດປະຈຸບັນ, ແກ້ໄຂໄດ້ 9 ທະນາຄານອ່ອນດ້ອຍທີ່ສຸດໃນທົ່ວລະບົບ.
ປີ 2013, ຄາດວ່າ, ດັດຊະນີ CPI ຂອງ ຫວຽດນາມ ຢູ່ໃນລະດັບ 6,2 - 6,5%. ນີ້ແມ່ນລະດັບເງີນເຟີ້ຕຳ່ສຸດໃນຮອບເວລາ 10 ປີຜ່ານມາ. ຍາດໄດ້ໝາກຜົນນີ້ແມ່ນຍ້ອນມີຄວາມເດັດດຽວໃນການບໍລິຫານນະໂຍບາຍເງິນຕາມະຫາພາກ, ພິເສດແມ່ນນະໂຍບາຍເງິນຕາທະນາຄານ.