ປະຊາຊົນບັນ​ດາປະເທດອາຣັບແລະອິດສະລາມແຫ່ຂະບວນປະທ້ວງກ່າວປະນາມວາລະສານCharlieHebdo

ປະຊາຊົນບັນ​ດາປະເທດອາຣັບແລະອິດສະລາມແຫ່ຂະບວນປະທ້ວງກ່າວປະນາມວາລະສານCharlieHebdo - ảnh 1
ພາບ​:vov

(vovworld)-  ວັນ​ທີ 16/1, ຊາວ​ມຸດ​ສະ​ລີມ​ ນັບ​ພັນໆ​ຄົນ​ໃນ​ທົ່ວ​​ໂລກ ໄດ້​ລົງ​ຖະ​ຫນົນ​ແຫ່​ຂະ​ບວນ​ປະ​ທ້ວງ ເພື່ອ​​ກ່າວ​ປະ​ນາມ​ວາ​ລະ​ສານ Charlie Hebdo ຂອງ​ຝ​ລັ່ງ ຊື່ງ​ຫວ່າງ​ແລ້ວນີ້​ໄດ້​ລົງພິມ​ພາບ​ເຢາະ​ເຢີ້ຍ ນັກ​ທຳ​ນາຍ Mohammet. ​ຢູ່ ປາ​ກິ​ສະ​ຖານ, ຊາວ​ມຸ​ດ​ສະ​ລີມ ເຕົ້າ​ໂຮມກັນເປັນ​ຈຳ​ນວນ​ຫລວງ​ຫລາຍ  ​ ​ຢູ່​ຕໍ່​ຫນ້າ​ສະ​ຖານ​ກົງ​ສູນ ຝ​ລັ່ງ ຢູ່ ນະ​ຄອນ Karachi  ເພື່ອ​ກ່າວ​ປະ​ນາມ​ການ​ກະ​ທຳ​ຂອງວາ​ລະ​ສານ​ດັ່ງ​ກ່າວ. ສ່ວນ ຢູ່ ຈໍ​ແດນ, ມີ​ປະ​ມານ 2 ພັນ​ຄົນ ໄດ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ນະ​ຄອນ​ຫລວງ Amman. ສ່ວນ​ຢູ່ ອານ​ເຊ​ຣີ ຊາວ​ນະ​ຄອນ​ຫລວງ ອານ​ເຊ ໄດ້​ລົງ​ຖະ​ຫນົນ​ແຫ່​ຂະ​ບວນ​ປະ​ທ້ວງ ໂດຍ​ຖື​ຄຳ​ຂວັນ​ທີ່​ວ່າ: ພວກ​ຂ້າ​ພະ​ເຈົ້າ​ທັງ​ໝົດ​ແມ່ນ Mohamet.

 

 

ຂ່າວ/ບົດ​ອື່ນ