ທ່ານ ຫງວຽນທ້ຽນເຍີນເຮັດວຽກຢູ່ໄຕງວຽນ
(vovworld) – ບັນດາແຂວງ ໄຕງວຽນ ມີຜູ້ດີເດັ່ນ, ມີອິດທິພົນຊື່ສຽງກ່ວາ 5.000 ຄົນ. ນີ້ແມ່ນກຳລັງຫຼັກແຫຼ່ງໃນການເຜີຍແຜ່, ໂຄສະນາ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສາມັກຄີ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ພັດທະນາເສດຖະກິດ - ສັງຄົມ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມພົບປະ, ແລກປ່ຽນກັບຄະນະກຳມະການແນວໂຮມປະເທດຊາດ ແລະ ຜູ້ມີອິດທິພົນຊື່ສຽງກ່ວາ 40 ຄົນຂອງ 5ແຂວງເຂດ ໄຕງວຽນ, ຈັດຕັ້ງໃນຕອນເຊົ້າວັນທີ 10/8, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ, ຢັ້ງຢືນວ່າ:
“ບັນດາຜູ້ດີເດັ່ນ, ຜູ້ມີອິດທິພົນຊື່ສຽງຂອງຊາວເຜົ່າສ່ວນໜ້ອຍມີທ່າໄດ້ປຽບແມ່ນບັນດາຜູ້ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ ຍ້ອນຄອບຄົວ, ຕົນເອງແມ່ນແບບຢ່າງ. ແມ່ນບັນດາຜູ້ສາມາດເວົ້າ ແລະ ຟັງດ້ວຍສຽງເວົ້າຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ອາດສາມາດໂອ້ລົມກັບພໍ່ແມ່ປະຊາຊົນດ້ວຍພາສາຂອງຕົນ, ເຂົ້າໃຈໄດ້ປະຫວັດສາດຂອງເຜົ່າຕົນ, ຂອງທ້ອງຖິ່ນ, ອາດຈະໂອ້ລົມກັບພໍ່ແມ່ປະຊາຊົນກ່ຽວກັບອະນາຄົດດ້ວຍບັນດາບົດຮຽນປະຫວັດສາດຂອງບັນດາເຜົ່າ, ບັນດາຜູ້ມີສະຕິກໍ່ສ້າງປະຊາຄົມ, ມີຄວາມຮັບຜິດຊອບຕໍ່ທ້ອງຖິ່ນ ແລະ ປະເທດຊາດ.”