ປະຊາຊົນຟີລິບປິນນັບ5ແສນຄົນຕ້ອງຍົກ​ຍ້າຍ​ເຖິງ​ເຂດ​ປອດ​ໄພຫຼີກລ້ຽງພະຍຸHagupit

ປະຊາຊົນຟີລິບປິນນັບ5ແສນຄົນຕ້ອງຍົກ​ຍ້າຍ​ເຖິງ​ເຂດ​ປອດ​ໄພຫຼີກລ້ຽງພະຍຸHagupit - ảnh 1
ປະຊາຊົນຟີລິບປິນນັບ5ແສນຄົນຕ້ອງອົບພະຍົບຫຼີກລ້ຽງພະຍຸHagupit
(ພາບ: giadinhonline.vn)

(vovworld) –  ປະ​ຊາ​ຊົນ ຟີ​ລິບ​ປິນນັບ 5 ແສນ​ຄົນ​ຕ້ອງ​ຍົກ​ຍ້າຍ​ເຖິງ​ເຂດ​ປອດ​ໄພ​ຕໍ່​ໜ້າ​ໄພ​ນາບ​ຂູ່​ຈາກພະ​ຍຸ Hagupit (ຊື່​ທ້ອງ​ຖີ່ນ​ວ່າ Ruby) ພັດ​ເຂົ້າ​ພ​າກ​ຕາ​ເວັນ​ອອກ ປະ​ເທດນີ້​ໃນ​ວັນ​ທີ 6/12. ທ່ານ Corazon Soliman, ເຈົ້າ​ໜ້າ​ທີ່​ກະ​ຊວງ​ພັດ​ທະ​ນາ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ຟີ​ລິບ​ປິນ ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ຍົກ​ຍ້າຍ​ເຖິງ​ເຂດ​ປອດ​ໄພ​ໂດຍ​ກະ​ຊວງ​ພາຍ​ໃນ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ຜັນ​ຂະ​ຫຍາຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຍ້ອນ​​ມີຄວາມ​ວິ​ຕົກ​ກັງ​ວົນ​ຜົນ​​ກະ​ທົບ​ຈາກ​ພະ​ຍຸ Hagupit. ໃນ​ຂະ​ນະ​ນັ້ນ, ສະ​ພາ​ບໍ​ລິ​ຫານ ແລະ ຫລຸດ​ຜ່ອນ​ໄພ​ພິ​ບັດ​ທ​ຳ​ມະ​ຊາດຢັ້ງ​ຢືນ​ວ່າ: ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່ນ​ຈະ​ສືບ​ຕໍ່​ຮັກ​ສາ​ສະ​ຕິ​​ລະ​ວັງຕົວ​ເຖິງວ່າ​ພະ​ຍຸ Hagupit ມີ​ສັນ​ຍາ​​ນອ່ອນ​ຕົວ​ລົງ​ແລ້ວກໍ່​ຕາມ.


ຂ່າວ/ບົດ​ອື່ນ