ປະຊາຊົນອາເມລິກາ ບໍ່ຢາກໃຫ້ອຳນາດ ການປົກຄອງອາເມລິກາ ແຊກແຊງເຂົ້າຊີຣີ

ປະຊາຊົນອາເມລິກາ ບໍ່ຢາກໃຫ້ອຳນາດ ການປົກຄອງອາເມລິກາ ແຊກແຊງເຂົ້າຊີຣີ - ảnh 1

(ພາບປະກອບ: csmonitor.com)

(vovworld)- ​​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ໂດຍ Reuters/Ipsos ດຳ​ເນີນ ​ແລະ ປະກາດ​ເມື່ອ​ວັນ​ທີ 1/5 ​ໃຫ້​ເຫັນ​ວ່າ: ປະຊາຊົນ​ອາ​ເມ​ລິ​ກາ​ ​ເປັນສ່ວຍ​ຫຼາຍບໍ່​ຢາກ​ໃຫ້​ປະ​ເທດ​ນີ້ ​ແຊກ​ແຊງ​ເຂົ້າ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ນັບ​ທັງ​ໃນ​ກໍລະນີ​ທີ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar al Assad ນຳ​ໃຊ້​ອາວຸດເຄມີ. ນີ້​ແມ່ນ​ສານ​ທີ່​ຈະ​ແຈ້ງ​ສຳລັບ​ທຳນຽບຂາວ​ໃນ​ຂະນະ​ທີ່​ເຂົາ​ເຈົ້າພວມ​ຊັ່ງຊາ​ບັນດາ​ວິທີ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ປິນຂັ້ນ​ໄດຢູ່​ປະ​ເທດ​ຕາ​ເວັນ​ຍອອກ​ກາງ​ນີ້. ປະຈຸ​ບັນ, ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ຍັງ​ຫລີກ​ເວັ້ນການ​ແຊກ​ແຊງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ​ເຖິງ​ວ່າ​ປີ​ກາຍ​ທ່ານ​ເຄີຍ​ປະກາດ​ວ່າ​ເລື່ອງ​ອຳນາດ​ການ​ປົກຄອງ​ຊີຣີ ນຳ​ໃຊ້ ຫຼື​ຜັນ​ຂະຫຍາຍ​ອາວຸດ​ເຄມີ​ຈະ​ລື່ນ​ກາຍ​ກາ​ນກຳນົດ.

   ກ່ຽວຂ້ອງ​ເຖິງ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາວຸດ​ເຄມີ​ໄດ້​ນຳ​ໃຊ້​ໃນ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ນັ້ນ, ວັນ​ທີ 1/5, ອີຣານ ປະກາດວ່ານີ້​ແມ່ນ​ການ​ກຳນົດ​ທີ່​ບໍ່​ວ່າ​ຝ່າຍ​ໃດ ​ເຖິງ​ວ່າ​ແມ່ນ​ກອງທັບ​ລັດຖະບານ​ຫຼື​ກຳລັງ​ຝ່າຍ​ຄ້ານ​ໄດ້​ຂ້າມ​ຜ່ານ.

ຂ່າວ/ບົດ​ອື່ນ