ປະ​ຊາ​ຊົນ​ຮູ້​ບຸນ​ຄຸ​ນ, ຈາ​ລຶ​ກ​ຄຸນ​ງາມ​ຄວາມ​ດີ​ຂອງ​ນັກ​ຮົບວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) -ວັນທີ 17 ເມສາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຈູດທູບໃຕ້ທຽນ, ຖະຫວາຍດອກໄມ້ ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງ ຮວ່າຍເຍິນ, ແຂວງ ບິ່ງດິ້ງ. 
ປະ​ຊາ​ຊົນ​ຮູ້​ບຸນ​ຄຸ​ນ, ຈາ​ລຶ​ກ​ຄຸນ​ງາມ​ຄວາມ​ດີ​ຂອງ​ນັກ​ຮົບວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ພ້ອມດ້ວຍຄະນະມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 47 ປີ (30/4/1975 - 30/4/2022), ວັນທີ 17 ເມສາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຈູດທູບໃຕ້ທຽນ, ຖະຫວາຍດອກໄມ້ ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງ ຮວ່າຍເຍິນ, ແຂວງ ບິ່ງດິ້ງ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເທດສະບານ ຮວ່າຍເຍິນ, ແຂວງບິ່ງດິ້ງ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງບິ່ງດິ້ງ ຈົ່ງປະຕິບັດວຽກງານເບິ່ງແຍງຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີກວ່າອີກ.

    ໃນການມາຢາມຄອບຄົວເປົ້າໝາຍນະໂຍບາຍຄັ້ງນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ພັກ, ລັດ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ຂອງປະຊາຊົນທີ່ມີຕໍ່ລຸ້ນພໍ່ລຸ້ນອ້າຍ, ພະນັກງານ, ປະຊາຊົນຂອງຕົນ, ຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດຄາວເຍົາໄວຂອງຕົນໃຫ້ແກ່ການປະຕິວັດ ຈຶ່ງເຮັດໃຫ້ພວກເຮົາມີຊີວິດທີ່ເປັນເອກະລາດ, ເສລີພາບ ແລະ ມີຊີວິດທີ່ຜາສຸກຄືໃນວັນນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ