ປະດັບຫຼຽນໄຊມິດຕະພາບໃຫ້ເພື່ອນຜູ້ທີ່ໃກ້ຊິດສະໜິດສະໜົມກັບຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ

(VOVWORLD) -ວັນທີ 10 ສິງຫາ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ (VAVA) ໄດ້ຈັດພິທີປະດັບໄຊມິດຕະພາບຂອງທ່ານປະທານປະເທດຫວຽດນາມ ໃຫ້ທ່ານນາງ Masako Sakata, ຊາວຍີ່ປຸ່ນ

ປະດັບຫຼຽນໄຊມິດຕະພາບໃຫ້ເພື່ອນຜູ້ທີ່ໃກ້ຊິດສະໜິດສະໜົມກັບຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ - ảnh 1ພິທີປະດັບໄຊມິດຕະພາບຂອງທ່ານປະທານປະເທດຫວຽດນາມ ໃຫ້ທ່ານນາງ Masako Sakata

(ພາບ: TTXVN)

ຜູ້ກຳກັບການສະແດງຮູບເງົາ, ຜູ້ກໍ່ຕັ້ງໂຄງການ “ປູກສ້າງຄວາມຫວັງ”, ຍ້ອນມີຜົນງານດີເດັ່ນໃນຂະບວນການ “ເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ”, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກ໋ວກເກື່ອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Masako Sakata, ດ້ວຍບົດບາດເປັນຜູ້ກຳກັບຮູບເງົາເອກະສານ 2 ເລື່ອງ ກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ, ທ່ານນາງໄດ້ຊ່ວຍໃຫ້ປະຊາຊົນຍີ່ປຸ່ນ, ກໍຄືໂລກມີຄວາມເຂົ້າໃຈກວ່າກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ພິເສດແມ່ນສຳລັບເດັກນ້ອຍ. ໂຄງການ “ປູກສ້າງຄວາມຫວັງ” ໂດຍທ່ານນາງກໍ່ຕັ້ງໄດ້ໜູນຊ່ວຍ, ສະໜອງທຶນການສຶກສາໃຫ້ນັກຮຽນ, ນັກສຶກສາຫວຽດນາມ ກວ່າ 100 ຄົນ, ເຊິ່ງແມ່ນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

        ສ່ວນທ່ານນາງ Masako Sakata  ປາດຖະໜາວ່າ, ຮູບເງົາເອກະສານ 2 ເລື່ອງນັ້ນຈະໄດ້ສາຍຢູ່ຝລັ່ງ ໃນເດືອນ ຕຸລາ ຈະດຶງດູດໄດ້ຜູ້ຊົມເປັນຈຳນວນຫຼາຍ, ຜ່ານັ້ນຍົກສູງຄວາມຮູ້ກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ