ປະຕິກິລິຍາຂອງສາກົນ ສຳລັບບັນດາການບຸກໂຈມຕີຂອງ ຕວກກີ ໃສ່ ຊີຣີ

(VOVWORLD) -ວັນທີ 09 ຕຸລາ, ບັນດາບັ້ນບຸກໂຈມຕີທຳອິດຂອງ ຕວກກີ ແນໃສ່ເຂດຕາເວັນອອກສ່ຽງເໜືອ ຊີຣີ ຖືກຫາງສຽງສາກົນອອກສຽງກ່າວປະນາມ
ປະຕິກິລິຍາຂອງສາກົນ ສຳລັບບັນດາການບຸກໂຈມຕີຂອງ ຕວກກີ ໃສ່ ຊີຣີ - ảnh 1 ປະຕິກິລິຍາຂອງສາກົນ ສຳລັບບັນດາການບຸກໂຈມຕີຂອງ ຕວກກີ ໃສ່ ຊີຣີ (ພາບ: AFP/TTXVN)

        ພາຍຫລັງ ຕວກກີ ດຳເນີນການບຸກໂຈມຕີແນໃສ່ບັນດາເປົ້າໝາຍຊາວ Kurd ຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ ພຽງ 2 – 3 ນາທີເທົ່ານັ້ນ, ສະຫະປະຊາຊາດ, ອາເມລິກາ ແລະ ບັນດາປະເທດ ເອີຣົບ ໄດ້ອອກສຽງກ່າວປະນາມກ່ຽວກັບການບຸກໂຈມຕີຂອງປະເທດນີ້ໃນທັນທີ. ຕາມທ່ານ Frahan Haq ໂຄສົກຂອງສະຫະປະຊາຊາດໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ພວມ “ມີຄວາມວິຕົກກັງວົນທີ່ສຸດ” ກ່ຽວກັບການຜັນແປໃໝ່ສຸດຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ ແລະ ເນັ້ນໜັກວ່າ ບໍ່ວ່າການກະທຳດ້ານການທະຫານໃດ ກໍ່ຕ້ອງເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ.

        ແລະກໍ່ໃນວັນດຽວກັນ, 5 ປະເທດສະມາຊິກປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມດ່ວນກ່ຽວກັບບັນຫາ ຊີຣີ ໃນວັນທີ 10 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ