ປະຕິກິລິຍາທີ່ແຕກຕ່າງກັນກ່ຽວກັບເລື່ອງອາເມລິກາຍົກຍ້າຍສະຖານທູດໄປຍັງ Jerusalem

(VOVWORLD) -ຂໍ້ຕົກລົງຂອງອາເມລິກາ ກ່ຽວກັບເລື່ອງຍົກຍ້າຍສະຖານທູດປະເທດນີ້ ປະຈຳ ອິດສະຣາແອນ ໄປຍັງ Jerusalem ໄດ້ກໍ່ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງນີ້ຂຶ້ນຕື່ມ ແລະ ເຮັດໃຫ້ວິວັດທະນາການສັນຕິພາບເຊິ່ງເຄີຍຍຸດທະສາດຢູ່ພາກພື້ນນີ້ນັບມື້ນັບຫຍຸ້ງຍາກກວ່າ.

ປະຕິກິລິຍາທີ່ແຕກຕ່າງກັນກ່ຽວກັບເລື່ອງອາເມລິກາຍົກຍ້າຍສະຖານທູດໄປຍັງ Jerusalem - ảnh 1ອາເມລິກາ ເປີດສະຫຼອງສຳນັກງານອົງການທຸຕານຸທູດປະຈຳ Jerusalem

(ພາບ: REUTERS)

ວັນທີ 14 ພຶດສະພາ, ຫຼາຍປະເທດໃນໂລກໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ເປີດສະຫຼອງສຳນັກງານອົງການທຸຕານຸທູດປະຈຳ Jerusalem ໃນວັນດຽວກັນ.

      ທ່ານເລຂາທິການໃຫຍ່ສະຫະພັນອາຣັບ (AL) Ahmed Abul Gheit ໄດ້ຕຳໜິຕິຕຽນບັນດາປະເທດທີ່ເຂົ້າຮ່ວມພິທີເປີດສະຫຼອງສະຖານທູດອາເມລິກາ ປະຈຳ Jerusalem. ຕາມທ່ານແລ້ວ, ການກະທຳດັ່ງກ່າວຂອງອາເມລິກາ ແມ່ນ “ບາດກ້າວເດີນທີ່ອັນຕະລາຍ, ລະເມີດກົດໝາຍສາກົນ ແລະ ບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາດ ຢ່າງຮ້າຍແຮງ”. ຄາດວ່າ AL ຈະດຳເນີນກອງປະຊຸມດ່ວນໃນວັນທີ 16 ພຶດສະພາ ເພື່ອປຶກສາຫາລືບາງມາດຕະການແກ້ໄຂ ເພື່ອ “ຕ້ານຄືນຂໍ້ຕົກລົງໂດຍບໍ່ຫົວຊາຕໍ່ກົດໝາຍຂອງອາເມລິກາ ຍົກຍ້າຍສະຖານທູດໄປຍັງ Jerusalem”.

      ໂຄສົກຂອງປະທານາທິບໍດີປາແລດສະຕິນ ທ່ານ Nabil Abu Rdeined ຖະແຫຼງວ່າ, ການກະທຳດັ່ງກ່າວຂອງອາເມິລກາ ພຽງແຕ່ “ປຸກປັ່ນ ແລະ ກໍ່ຄວາມຂາດສະຖຽນລະພາບ” ໃນພາກພື້ນເທົ່ານັ້ນ, ພ້ອມທັງປະຕິເສດບົດບາດຂອງອາເມລິກາ ແມ່ນຄົນກາງໄກ່ເກ່ຍໃນວິວັດທະການສັນຕິພາບຢູ່ຕາເວັນອອກກາງ.

      ບັນດາການນຳອິດສະລາມຂອງອີຢິບ; ຍີ່ປຸ່ນ; ບັນດາລັດຖະມົນຕີສັງກັດບັນດາປະເທດເອີລົບ, ສ.ເຊັກໂກ, ຮຸງກາຣີ, ຮູມາເນຍ ກໍອອກສຽງຄັດຄ້ານຂໍ້ຕົກລົງຂອງອາເມລິກາ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ