ປະຕິບັດນໍ້າໃຈເຄົາລົບກົດໝາຍໄດ້ເປັນຢ່າງດີ ຈະຈໍາກັດສະພາບການຮ້ອງທຸກ, ກ່າວຟ້ອງ

(VOVWORLD) -  ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມ ຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ, ວັນທີ 11 ກັນຍາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານແກ້ໄຂການຮ້ອງທຸກ, ກ່າວຟ້ອງໃນປີ 2019.

       ຕາມບັນດາບົດລາຍງານ ໂດຍການນໍາກວດກາລັດຖະບານແລ້ວ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີມານັ້ນ, ສະພາບການແກ້ໄຂການຮ້ອງທຸກ, ກ່າວຟ້ອງປີ 2019 ໄດ້ມີການຜັນປ່ຽນຕາມທິດຕັ້ງໜ້າ, ລື່ນກ່າຍຄາດໝາຍທີ່ໄດ້ວາງອອກ, ແກ້ໄຂຢ່າງທັນການ ແລະ ມີປະສິດທິຜົນຖືກຕ້ອງຕາມຂໍ້ກໍານົດ, ກົດໝາຍຫຼາຍກວ່າ 85% ຄະດີຮ້ອງທຸກ, ກ່າວຟ້ອງທີ່ຂຶ້ນກັບສິດອໍານາດ.

ປະຕິບັດນໍ້າໃຈເຄົາລົບກົດໝາຍໄດ້ເປັນຢ່າງດີ ຈະຈໍາກັດສະພາບການຮ້ອງທຸກ, ກ່າວຟ້ອງ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ (ພາບ: TTXVN)

        ທີ່ວາລະປະຊຸມ, ຜູ້ແທນຫຼາຍຄົນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ບົດລາຍງານຂອງລັດຖະບານ, ບົດລາຍງານກວດກາຢັ້ງຢືນຂອງກໍາມາທິການກົດໝາຍ ແລະ ຖືວ່າ ລັດຖະບານ, ບັນດາກະຊວງ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມ, ສຸມໃສ່ແກ້ໄຂບັນດາຄະດີຮ້ອງທຸກ, ກ່າວຟ້ອງ ໄດ້ດີພໍສົມຄວນ ອັນໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ປະກອບສ່ວນສ້າງສະຖຽນລະພາບດ້ານການເມືອງ -ສັງຄົມ.  ສິ້ນສຸດວາລະເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ ບັນດາພາລະກອນ, ພົນລະເມືອງປະຕິບັດນໍ້າໃຈເຄົາລົບກົດໝາຍນັ້ນ ຈະຈໍາກັດໄດ້ສະພາບການຮ້ອງທຸກ, ກ່າວຟ້ອງ ພ້ອມທັງສະເໜີວ່າ ບັນດາກະຊວງ, ຂະແໜງການຄວນເພີ່ມທະວີວຽກງານສົນທະນາກັບປະຊາຊົນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານແກ້ໄຂການຮ້ອງທຸກ, ກ່າວຟ້ອງໃນໄລຍະຈະມາເຖິງ.

        ຕາມລາຍການເຮັດວຽກ, ວັນທີ 12 ກັນຍາ, ຄະນະປະຈໍາສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ; ບັນດາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກໍາ ແລະ ລະເມີດກົດໝາຍ, ວຽກງານດໍາເນີນຄະດີ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ