ປະຕິບັດບັນດານະໂຍບາຍສົ່ງເສີມການພັດທະນາເສດຖະກິດພາກເອກະຊົນຢ່າງມີປະສິດທິຜົນ

(VOVWORLD) - ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ເພື່ອສ້າງຖັນແຖວນັກທຸລະກິດ, ວິສາຫະກິດໃຫ້ເຕີບໃຫຍ່ ເຂັ້ມແຂງທັງດ້ານຈຳນວນ
ປະຕິບັດບັນດານະໂຍບາຍສົ່ງເສີມການພັດທະນາເສດຖະກິດພາກເອກະຊົນຢ່າງມີປະສິດທິຜົນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ພິທີ ປຸກລະດົມແຂ່ງຂັນ “ໂຄງການນັກທຸລະກິດປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ”

ຕອນເຊົ້າວັນທີ 25 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມແຂ່ງຂັນ “ໂຄງການນັກທຸລະກິດປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ເພື່ອສ້າງຖັນແຖວນັກທຸລະກິດ, ວິສາຫະກິດໃຫ້ເຕີບໃຫຍ່ ເຂັ້ມແຂງທັງດ້ານຈຳນວນ, ຄຸນນະພາບ, ເຄື່ອນໄຫວຢ່າງມີປະສິດທິຜົນນັ້ນ, ນັກທຸລະກິດ ຫວຽດນາມ ຄວນມີຄວາມຄາດຫວັງບືນຕົວຂຶ້ນ, ປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ມີປະສິດທິຜົນ, ໝູນໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ເພີ່ມທະວີການຊີ້ນຳ, ນຳພາວຽກງານໂຄສະນາ, ສຶກສາ, ຍົກສູງສະຕິ, ສ້າງຄວາມເປັນເອກະພາບສູງໃນລະບອບການເມືອງ ແລະ ປະຊາຊົນທຸກຊັ້ນວັນນະ ກ່ຽວກັບແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການພັດທະນາເສດຖະກິດພາກເອກະຊົນຂອງພັກ, ລັດ; ປະຕິບັດບັນດານະໂຍບາຍສົ່ງເສີມການພັດທະນາເສດຖະກິດພາກເອກະຊົນຢ່າງມີປະສິດທິຜົນ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຊື່ອໝັ້ນ, ຕັ້ງຄວາມຫວັງເຂົ້າໃນຖັນແຖວນັກທຸລະກິດ ຫວຽດນາມ ເວົ້າລວມ, ນັກທຸລະກິດພາກເອກະຊົນເວົ້າສະເພາະໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໃຫມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ເພື່ອຄາດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ