ປະ​ທານ EC ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ Kosovo

(VOVWORLD) - ທ່ານນາງ Ursula Von der Leyen ໄດ້ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການສູ້ຢັນກັນເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ປະກາດແຜນການເຕີບໂຕໃໝ່ໃຫ້ແກ່ເຂດ Balkan ຕາເວັນຕົກ
ປະ​ທານ EC ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ Kosovo - ảnh 1ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີລົບ (ພາບ: EPA-EFE)

ວັນທີ 31 ພຶດສະພາ, ທ່ານນາງ Ursula Von der Leyen ປະທານຄະນະກຳມະການເອີລົບ (EC) ໄດ້ກ່າວເຕືອນວ່າບັນດາຄວາມເຄັ່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ຢູ່ Kosovo ແມ່ນມີຄວາມວິຕົກກັງວົນທີ່ສຸດ. ກ່າວຄຳເຫັນຢູ່ເວທີປາໄສຄວາມໝັ້ນຄົງທົ່ວໂລກ (GLOBSEC) ຢູ່ນະຄອນຫຼວງ Bratislava, Slovakia ໃນວັນທີ 31 ພຶດສະພາ, ທ່ານນາງ Ursula Von der Leyen ໄດ້ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການສູ້ຢັນກັນເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ປະກາດແຜນການເຕີບໂຕໃໝ່ໃຫ້ແກ່ເຂດ Balkan ຕາເວັນຕົກ, ຕາມທ່ານນາງແລ້ວ ແມ່ນຈະ “ນຳບາງຜົນປະໂຫຍດໃນຖານະເປັນສະມາຊິກ EUມາໃຫ້ປະຊາຊົນ Balkan ຕາເວັນຕົກໃນປັດຈຸບັນ”.

ແລະກໍ່ໃນວັນດຽວກັນ, ທ່ານ Milos Vuchevich ລັດຖະມົນຕີກະຊວງປ້ອງກັນປະເທດ Serbia ມີຄວາມເຊື່ອໝັ້ນຕໍ່ການເຈລະຈາ ແລະ ວິທີການແກ້ໄຂດ້ານການເມືອງໃຫ້ແກ່ຄວາມເຄັ່ງຕຶງຢູ່ Kosovo. ກ່າວຄຳເຫັນຢູ່ສະຖານີໂທລະພາບ RTS ຂອງ Serbia, ທ່ານໃຫ້ຮູ້ວ່າ ຝ່າຍ Serbia ໄດ້ພົບປະກັບເອກອັກຄະລັດຖະທູດ ບັນດາປະເທດ ອາເມລິກາ, ອັງກິດ, ຝລັ່ງ ເຢຍລະມັນ, ອີຕາລີ, ລັດເຊຍ ແລະ ຈີນ ເພື່ອປຶກສາຫາລືກ່ຽວກັບສະພາບການ.

ວັນທີ 31 ພຶດສະພາ ທ່ານໂຄສົກວັງ Kremlin Dmitry Peskov ປະກາດວ່າ ລັດເຊຍ ໄດ້ຕິດຕາມສະພາບການ ແລະ ຖືວ່າ ສິດ ແລະ ຜົນປະໂຫຍດຂອງ ປະຊາຊົນ Serbia ຕ້ອງໄດ້ຮັບຄວາມເຄົາລົບ. ແລະກໍ່ໃນວັນດຽວກັນ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ໝາວນິງ ໄດ້ສະແດງຄວາມຫວັງວ່າ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ຈະເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ Serbia ກໍ່ຄືຊຸກຍູ້ສັນຕິພາບຢູ່ແຫຼມ Balkan.

ຕອບກັບ

ຂ່າວ/ບົດ​ອື່ນ