ປະທານຄະນະກຳມະການ ສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ກວາງນິງ


ປະທານຄະນະກຳມະການ ສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ກວາງນິງ - ảnh 1

(ພາບ: Nguyễn Dân - TTXVN)

 (vovworld)- ​ ວັນ​ທີ 23/8, ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ​ໄດ້​ໄປຢ້ຽມຢາມສູນ​ບໍລິຫານ​ລັດ​ແຂວງ​ກວາງ​ນິງ ​​ແລະ ​ເຂົ້າຮ່ວມການ​ປະຊຸມ “ຕີ​ລາຄາ​ໝາກຜົນ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 9 ຂອງ​ພັກ ​ແລະ ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ແຂວງ​ກວາງ​ນິງ​ໃນ​ໄລຍະ​ຜ່ານ​ມາ“.ທ່ານ​ຫງວຽນ​ທ້ຽນ​ເຍິນ ຕີ​ລາຄາ​ສູງ​ແຜນ​ຮ່າງ​ການ​ກໍ່ສ້າງ​ຮູບ​ແບບ ສູນ​ບໍລິຫານ​ລັດ​ແຂວງ​ກວາງ​ນິງ ຊື່​ງ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ເຮັດ​ວຽກ​ເປີດ​ເຜີຍ, ຈະ​ແຈ້ງ​ໃຫ້​ແກ່​ພະນັກງານ, ລັດຖະກອນ; ​ເພີ່ມ​ທະວີ​ການ​ສົບ​ທົບ​ກັນ​ປະຕິບັດ​ວຽກ​ງານ​ຂອງ​ບັນດາ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ. ທ່ານ​ຫງວຽນ​ທ້ຽນ​ເຍິນ ຕີ​ລາຄາ​ວ່າ, ​ ​ໃນ​ການ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັງທີ 9 ຂອງ​ພັກ, ແຂວງ​ກວາງ​ນິງ ມີ​ຄວາມຕັດສິນ​ໃຈ, ຄົບ​ຊຸດ, ມີ​ຫົວຄິດ​ປະດິດ​ສ້າງ ຕິດ​ພັນ​ກັບ​ຫົວ​ເລື່ອງ​ປະຕິບັດ​ງານ​ແຕ່ລະ​ປີ, ກໍ່ສ້າງ​ອົງການ​ພັກ, ລະບົບ​ການ​ເມືອງ, ກົງຈັກ​ອຳນາດ​ການ​ປົກຄອງ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຂະນະ​ທີ່​ກວາງ​ນິງ​ແມ່ນ 1 ​ໃນ​ຈຳນວນ 5 ​ແຂວງ​ມີ​ລາຍ​ຮັບ​ງົບປະມານ​ສູງ​ກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ, ລະດັບ​ການ​ເຕີບ​ໂຕ ຈີດີ​ພີສະ​ເລ່ຍປີ 2011-2013 ບັນລຸ 8,8%./.

ຂ່າວ/ບົດ​ອື່ນ