ປະທານຄະນະກຳມະການສູນກາງແນວຮົມປະເທດຊາດຫວຽດນາມເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ

ປະທານຄະນະກຳມະການສູນກາງແນວຮົມປະເທດຊາດຫວຽດນາມເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ - ảnh 1
ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ຮົມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ
(ພາບປະກອບ)

(vovworld)-​ ວັນ​ທີ 11/8, ຢູ່​ຮ່າ​ໂນ້ຍ,  ເມື່ອ​ເຮັດ​ວຽກ​ ກັບ ​ສະ​ຫະ​​ພັນ ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ຮົມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້ຢັ້ງ​ຢືນ​ເຖິງ​ຄວາມ​ຈຳ​ເປັນ ຕ​້ອງ​ ​ເພີ່ມ​ທະ​ວີ​ວຽກ​ງານ​​ການ​ຕ່າງ​ປະ​ເທດປະ​ຊາ​ຊົນ. ທ່ານ ຫງວຽນ​ທ້ຽນ​ເຍີນ​ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ໂລກ​ມີ​ການ​​ຫັນປ່ຽນຢ່າງ​ໄວ, ສັບ​ສົນ, ການ​ຍູ້​ແຮງ, ເສີມ​ຂະ​ຫຍາຍ​ບັນ​ດາ​ເຄື່ອນ​ໄຫວ​ສັນ​ຕິ​ພາບ, ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ ກັບ ປະ​ຊາ​ຊົນບັນ​ດາ​ປະ​ເທດ ​ໃນພາກ​ພື້ນ  ແລະ ໃນ​ໂລກ ຄວນສືບ​ຕໍ່​ເສີມ​ຂະ​ຫຍາຍ. ທ່ານ ຫງວຽນ​ທ້ຽນ​ເຍີນ​ ກໍໃຫ້​ຄຳ​ເຫັນ​ກ່ຽວ​ກັບລາຍການ​ສົມ​ທົບ ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ການ​ຕ່າງ​ປະ​ເທດປະ​ຊາ​ຊົນ​ ໃນ​ສະ​ພາບ​ການ​ໃໝ່ ລະ​ຫວ່າງ 3 ອົງ​ການ​ແມ່ນ ​ແນວ​ຮົມ​ປະ​ເທດ​ຊາດ ຫວຽດ​ນາມ, ສະ​ຫະ​​ພັນ ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ.

 


ຂ່າວ/ບົດ​ອື່ນ