ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມໄປຢ້ຽມຢາມ, ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ

(VOVWORLD) -ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນພຸດທະສາສະໜາ ຫວຽດນາມ ພ້ອມກັບຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກະຊົນ ພຸດທະສາສະໜາ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ.
ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມໄປຢ້ຽມຢາມ, ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ - ảnh 1ທ່ານ ໂດ້ວັນຈຽນ ໄປຢ້ຽມຢາມ ແລະ ອວຍພອນສະມາຄົມພຸດທະສາສະໜາ ຫວຽດນາມ
(ພາບ: MTTQ)

 ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະໜາຫວຽດນາມ (07 ພະຈິກ 1981 - 07 ພະຈິກ 2021), ຕອນເຊົ້າວັນທີ 05 ພະຈິກ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກະຊົນ ພຸດທະສາສະໜາ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ໂດ້ວັນຈຽນ ຢືນຢັນວ່າ, 40 ກວ່າປີຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ຍາມໃດກໍ່ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາລວມຂອງປະເທດຊາດ, ພິເສດແມ່ນໃນໄລຍະເກີດໂລກລະບາດໂຄວິດ-19. ທ່ານ ໂດ້ວັນຈຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງສະມາຄົມພຸດທະສາສະໜາ ຈະສືບຕໍ່ຂົນຂວາຍພະສົງສຳມະເນນ, ພຸດທະສາສະນິກະຊົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການບໍລິຫານຂອງລັດ, ພ້ອມກັບທົ່ວປວງຊົນປະຕິບັດຄວາມຄາດຫວັງພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສົມບູນພູນສຸກ, ຜ່ານນັ້ນປະຕິບັດຄຳສັ່ງສອນຂອງພະພຸດທະເຈົ້າ ໃນການດຳລົງຊີວິດເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ