ປະທານຄະນະກຳມະຫານສູນກາງແນວໂຮມ ປະເທດຊາດຫວຽດນາມ ເຮັດວຽກຢູ່ເກາະຟຸ໋ກ໋ວກ, ກຽນຢາງ

ປະທານຄະນະກຳມະຫານສູນກາງແນວໂຮມ ປະເທດຊາດຫວຽດນາມ ເຮັດວຽກຢູ່ເກາະຟຸ໋ກ໋ວກ, ກຽນຢາງ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກຽນ​ຢາງ
(ພາບ: chinhphu.vn)


(vovworld) – ວັນ​ທີ 26/07, ຢູ່​ເມືອງ​ເກາະຟຸ໋ກ໋ວກ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳ​ມະຫານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກຽນ​ຢາງ. ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ແຂວງ​ກຽນ​ຢາງ ​ໃນ​ໄລຍະ​ຈະ​ມາ​ເຖິງ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ສຳລັບ​ບັນດາ​ຄອບຄົວ​ນະ​ໂຍບາຍ​​ເປັນ​ຢ່າງ​ດີ ​ແລະ ຕົກລົງ​ຍົກ​ລະດັບ​​ເຂດສຸສານ​ເມືອງຟຸ໋ກ໋ວກ ຂຶ້ນ​ເປັນ​ສຸສານ​ແຫ່ງ​ຊາດ; ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ແຂວງ​ກຽນ​ຢາງ ສຳ​ເລັດ​ແຜນ​ຮ່າງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂດຍ​ໄວ.

    ກ່ຽວ​ກັບ​ການ​ພັດທະນາ​ຂອງ​ເມືອງ​ເກາະຟຸ໋ກ໋ວກ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ຕັກ​ເຕືອນ​ທ້ອງ​ຖິ່ນ ຕ້ອງ​ກວດກາ​ຄືນ​ທີ່​ດິນ, ປ່າ, ຊັບພະຍາກອນ ​ເພື່ອປົກ​ປັກ​ຮັກສາ​ປ່າ, ທີ່​ດິນ​ໃຫ້​ເປັນ​ຢ່າງ​ດີ.

   ກ່ອນ​ໜ້າ​ນັ້ນ, ທ່ານ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ເຂດ​ສຸສານ​ເມືອງ ຟຸ໋ກ໋ວກ; ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບາງ​ຄອບຄົວ​ນະ​ໂຍບາຍ; ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ຄຸກຟຸ໋ກ໋ວກ.


ຂ່າວ/ບົດ​ອື່ນ