ປະທານນາທິບໍດີຕວກກີກ່າວປະນາມການກະທຳປິດລ້ອມກາຕາ

(VOVWORLD) -ວັນທີ 13 ມິຖຸນາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ໄດ້ກ່າວປະນາມການປິດລ້ອມດ້ານເສດຖະກິດ ແລະ ການເມືອງຕ້ານ ກາຕາ ແມ່ນ “ໄຮ້ມະນຸດສະທຳ ແລະ ໄປຝືນກັບບັນດາຄຸນຄ່າສາສະໜາອິດສະລາມ”.

ປະທານນາທິບໍດີຕວກກີກ່າວປະນາມການກະທຳປິດລ້ອມກາຕາ - ảnh 1ທ່ານປະທານາທິບໍດີຕວກກີ Tayyip Erdogan

(ພາບປະກອບ: TTXVN)

ໃນບົດກ່າວປາໄສຕໍ່ໜ້າພັກຍຸຕິທຳ ແລະ ພັດທະນາ (AKP) ຢູ່ນະຄອນຫຼວງ ອານກາຣາ, ທ່ານປະທານາທິບໍດີ Erdogan ຍັງເນັ້ນໜັກວ່າ, ທ່ານຈະດຳເນີນການໂອ້ລົມທາງໂທລະສັບ 3 ຝ່າຍກ່ຽວກັບວິກິດການຄືໃນປະຈຸບັນກັບປະທານາທິບໍດີຝລັ່ງ ແລະ ພະມະຫາກະສັດກາຕາ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ມິຖຸນາ, ຖະແຫຼງການຂອງວັງ Kremlin, ປະເທດລັດເຊຍ ໄດ້ຊີ້ແຈ້ງວ່າຄວາມເຄັງຕຶງທາງການທູດລະຫວ່າງກາຕາ ແລະ ບາງປະເທດອາຣັບ, ໃນນັ້ນມີຊະອຸດີອາຣາເບຍ ບໍ່ຊ່ວຍຫຍັງໃຫ້ຄວາມສາມັກຄີເມື່ອບັນດາຄວາມມານະພະຍາຍາມຊອກຫາມາດຕະການແກ້ໄຂສະພາບການຊີຣີ ຫຼື ການຕ້ານລັດທິກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ