ປະທານປະເທດ Truong Tan Sang ພົບປະກັບຄະນະຜູ້ແທນດຳເນີນເສດຖະກິດເກັ່ງ

ປະທານປະເທດ Truong Tan Sang ພົບປະກັບຄະນະຜູ້ແທນດຳເນີນເສດຖະກິດເກັ່ງ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang
ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ດຳ​ເນີນ​ເສດຖະກິດ​ເກັ່ງ​
( ພາບ: tapchicongsan.org.vn )


(vovworld) -     ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ​ກຳມະບານ​ກະຊວງ​ປ້ອງ​ກັນ​ປະ​ເທດ 100 ຄົນ ​ໃນ​ຕອນ​ບ່າຍ​ວັນ​ທີ 23/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ​ເນື່ອງ​ໃນ​ໂອກາດທີ່ຄະນະຜູ້​ແທນ​ມາ ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ເຂົ້າ​ຮ່ວມພິທີ​ຍ້ອງຍໍ​ແບບ​ຢ່າງດຳ​ເນີນ​ເສດຖະກິດ​​ຄອບຄົວເກັ່ງ ​ໂດຍ​ກຳມະບານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ. ທີ່​ການ​ໂອ້​ລົມ​ກັບ​ບັນດາຜູ້​ແທນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ຄວນ​ຕີ​ລາຄາ, ຖອດຖອນ​​ບົດຮຽນ​ປະສົບ​ການ, ບັນດາ​ຮູບ​ແບບ​ທີ່ດີ ​ເພື່ອທະວີຄູນ​ອອກ​ສູ່ບັນດາ​ເຂດ​ທີ່​ມີ​ເງື່ອນ​ໄຂ​ຄ້າຍຄື​ກັນ ​ແລະ ທະວີຄູນ​ຂະ​ບວນການ​ອອກ​ສູ່​ທົ່ວ​ກອງທັບໃນ​ໄລຍະ​ໃໝ່, ​ເພື່ອ​ແນ​​​​ໃສ່ປະ​ກອບ​ສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ພະນັກງານ, ພາລະ​ກອນ ​ແລະ ​ແຕ່​ລະ​ຄອບຄົວ​ທະຫານ ​ແລະ ​ຜູ້​ອອກແຮງ​ງານ​​ໃນ​ກະຊວງປ້ອງ​ກັນ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ກໍ່​​ໄດ້ເອົາ​ໃຈ​ໃສ່​ວ່າ ນອກຈາກ​ການ​ໜູນ​ຊ່ວຍ​ຂອງ​ທະຫານ, ​ແຕ່​ລະ​ຄອບຄົວ​ທະຫານ, ຜູ້​ອອກ​ແຮງ​ງານ​​ໃນ​ກະຊວງ ຕ້ອງ​ຕິດ​ພັນ​ກັບ​​ຄະ​ນະ​ພັກ​, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເພື່ອ​ເພີ່ມ​ທະວີການ​ໜູນ​ຊ່ວຍ​ຄື; ດ້ານ​ທຶນຮອນ, ທີ່​ດິນ, ​ເຕັກນິກ… ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ. ທ່ານ​ປະທານ​ປະ​ເທດ​ໄດ້​ເຊື້ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ, ດຸ​ໝັ່ນຂະຫຍັນ​ພຽນ​ມີ​ຫົວຄິດ​ປະດິດ​ສ້າງ, ສືບ​ທອດ​ມູນ​ເຊື້ອ​ຂອງ​ກອງທັບ… ບັນດາ​ຜູ້​ແທນ​ສຶບຕໍ່​ແມ່ນ​​ແບບຢ່າງ​ທີ່​ດີ, ​ມີ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ, ໜູນ​ຊ່ວຍ​ຂະ​ບວນການ​ພັດທະນາ​ເສດຖະກິ​​ດຄອບ​ຄົວ​ໃນ​ທົ່ວ​ກອງທັບ.

ຂ່າວ/ບົດ​ອື່ນ