ປະທານປະເທດ Truong Tan Sang ສືບຕໍ່ເຮັດວຽກ ຢູ່ແຂວງເຊີນລາ
(vovworld) - ຕອນເຊົ້າວັນທີ 13-4, ທ່ານປະທານປະເທດ Truong Tan Sang ພ້ອມກັບຄະນະປະຕິບັດງານໄດ້ມີການເຮັດວຽກກັບສານປະຊາຊົນ ແລະ ໄອຍະການປະຊາຊົນແຂວງເຊີນລາ ກ່ຽວກັບວຽກງານປະຕິຮູບດ້ານຍຸຕິທຳ ແລະ ໄປຢ້ຽມຢາມມະຫາວິທະຍາໄລໄຕບັກ. ທ່ານປະທານປະເທດໃສ່ໃຈວ່າ, ເຊີນລາ ແມ່ນແຂວງທີ່ມີທີ່ຕັ້ງພູມສາດຫຍຸ້ງຍາກ, ສະພາບອາດສະຍາກຳຜັນແປໄປຢ່າງສັບສົນ, ດັ່ງນັ້ນບັນດາຂະແໜງຍຸຕິທຳຕ້ອງສະແດງໃຫ້ເຫັນບົດບາດຂອງຕົນ, ປະຕິບັດກົດໝາຍຢ່າງເຂັ້ມງວດ, ຜ່ານນັ້ນປະກອບສ່ວນຍົກສູງສະຕິປະຕິບັດກົດໝາຍຂອງໝູ່ມະຫາຊົນ.
ແລະກໍ່ໃນຕອນເຊົ້າວັນທີ 13/4, ທ່ານປະທານປະເທດ Truong Tan Sang ພ້ອມກັບຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ ແລະ ດອກໄມ້ຢູ່ສຸສານຄຸກເຊີນລາ ແລະ ໄປຢ້ຽມຢາມມະຫາວິທະຍາໄລໄຕບັກ, ເຊິ່ງແມ່ນແຫ່ງທີ່ພວມບຳລຸງສ້າງບັນດາພະນັກງານໃນອະນາຄົດໃຫ້ແກ່ເຂດ ແລະນັກສຶກສາລາວຈຳນວນໜຶ່ງ. ທ່ານປະທານປະເທດເນັ້ນໜັກວ່າ:
”ສິ່ງທີ່ພວກເຮົາຕ້ອງມີຄວາມເອົາໃຈໃສ່ຢ່າງແນ່ນອນ, ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດຂອງປະເທດຊາດ, ຂອງເຂດ. ດ້ວຍທີ່ຕັ້ງນີ້, ບົດບາດຂອງມະຫາວິທະຍາໄລໄຕບັກ ນັບມື້ນັບມີຄວາມສຳຄັນກວ່າ. ພວກເຮົາຢາກກໍ່ສ້າງໄຕບັກ ໃຫ້ກາຍເປັນເຂດກຳລັງໜູນຂອງປະເທດ,ເພື່ອ ທັດທຽມກັບເຂດອື່ນໆຢູ່ພາຍໃນປະເທດ ແລະຕ່າງປະເທດ, ແມ່ນຕ້ອງກະກຽມແຫຼ່ງຊັບພະຍາກອນມະນຸດຢ່າງຕັ້ງໜ້າ”.