ປະທານປະເທດ ຈີນ ສີຈິ້ນຜິງ: ການພົວພັນ ຈີນ - ອາເມລິກາ ແມ່ນການພົວພັນສອງຝ່າຍທີ່ສຳຄັນ

(VOVWORLD) - ພື້ນຖານເສດຖະກິດຂອງສອງປະເທດເຊື່ອມໂຍງຢ່າງເລິກເຊິ່ງ ແລະ ອາດຈະໄດ້ຮັບຜົນປະໂຫຍດຈາກການພັດທະນາຂອງກັນ.
ປະທານປະເທດ ຈີນ ສີຈິ້ນຜິງ: ການພົວພັນ ຈີນ - ອາເມລິກາ ແມ່ນການພົວພັນສອງຝ່າຍທີ່ສຳຄັນ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: ສຳນັກຂ່າວສານຊິນຮວາ)

ກ່າວຄຳເຫັນທີ່ການພົບປະຄະນະສະມາຊິກສະພາສູງ ອາເມລິກາ ທີ່ພວມຢ້ຽມຢາມ ປັກກິ່ງ ໃນຕອນບ່າຍວັນທີ 9 ຕຸລາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ: ເລື່ອງ ຈີນ ແລະ ອາເມລິກາ ແກ້ໄຂການພົວພັນຈະ “ຕັດສິນສະນາຄົດ ແລະ ຊະຕາກຳຂອງມະນຸດ”; ເນັ້ນໜັກການພົວພັນ ຈີນ - ອາເມລິກາ ແມ່ນການພົວພັນສອງຝ່າຍ ທີ່ສຳຄັນທີ່ສຸດໃນໂລກ. ທ່ານປະທານປະເທດ ຈີນ ຢັ້ງຢືນວ່າ: ຜົນປະໂຫຍດລວມຂອງຈີນ ແລະ ອາເມລິກາ ລື່ນກາຍຄວາມບໍ່ລົງລອຍກັນ, ຜົນສຳເລັດຂອງແຕ່ລະຝ່າຍແມ່ນໂອກາດໃຫຍ່ກ່ວາສິ່ງທ້າທາຍຂອງກັນ. ພື້ນຖານເສດຖະກິດຂອງສອງປະເທດເຊື່ອມໂຍງຢ່າງເລິກເຊິ່ງ ແລະ ອາດຈະໄດ້ຮັບຜົນປະໂຫຍດຈາກການພັດທະນາຂອງກັນ.

        ສ່ວນທ່ານ Chuck Schumer, ຫົວໜ້າຄະນະຜູ້ແທນສະພາສູງ ອາເມລິກາ ຢັ້ງຢືນວ່າ: ອາເມລິກາ ກຽມພ້ອມເພີ່ມທະວີການເຈລະຈາ ແລະ ຕິດຕໍ່ພົວພັນກັບ ປັກກິ່ງ, ຄຸ້ມຄອງ ແລະ ຄວບຄຸມການພົວພັນສອງຝ່າຍຢ່າງມີຄວາມຮັບຜິດຊອບ ແລະ ຊຸກຍູ້ການພົວພັນ ອາເມລິກາ - ຈີນ ໃຫ້ພັດທະນາຢ່າງມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ