ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື

(VOVWORLD) - ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫລວງ Athens ປະເທດ ເກຼັກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດໃນເວລາ 3 ວັນ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືກັບ ເກຼັກ ໃນທຸກຂົງເຂດຢ່າງເລີກເຊິ່ງກ່ວາອີກ. ນີ້ແມ່ນການຢ້ຽມຢາມ ເກຼັກ ຄັ້ງທຳອິດຂອງການນຳສູງສຸດ ຈີນ ໃນຮອບເວລາ 11 ປີຜ່ານມາ.
ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື - ảnh 1ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື (ພາບ: THX/TTXVN)

        ຄາດວ່າ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະມີການພົບປະກັບທ່ານປະທານາທິບໍດີ ເກຼັກ Prokopis Pavlopoulos ແລະ ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍຈະເຊັນບັນດາເອກະສານຮ່ວມມືໃນຂົງເຂດການສຶກສາ, ການຂົນສົ່ງທາງທະເລ ແລະ ພະລັງງານ. ການຢ້ຽມຢາມ ເກຼັກ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ຖືກດຳເນີນໄປພາຍຫລັງການຢ້ຽມຢາມ ຊຽງໄຮ ເປັນເວລາ 4 ວັນຂອງທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis ພ້ອມດ້ວຍຄະນະຜູ້ແທນວິສາຫະກິດ ເກຼັກ ກ່ວາ 60 ຄົນໃນອາທິດກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ