ປະທານປະເທດ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

(VOVWORLD) -ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຊວນ ຖັງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນວັນທີ 15 ມັງກອນ 2019 ທີ່ ຫ້ອງວ່າການສູນກາງພັກ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ສສ ຫວຽດນາມ, ຊຶ່ງນໍາໂດຍ ທ່ານ ຫງວຽນຊວນຖັງ ເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ມັງກອນນີ້.

 ປະທານປະເທດ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ - ảnh 1 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ຫງວຽນ ຊວນ ຖັງ ເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ (ພາບ:ຂປລ)

ໃນໂອກາດພົບປະໂອ້ລົມ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຊວນ ຖັງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບ ພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານ ຫງວຽນ ຊວນ ຖັງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານກ່ຽວກັບ ສະພາບການຮ່ວມມືກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກັບສະຖາບັນ ການເມືອງແຫ່ງຊາດໂຮ່ຈິມິງ ແມ່ນປະສົບຜົນສຳເລັດເປັນຢ່າງດີ.

ຕາມ ຂປລ

 

ຕອບກັບ

ຂ່າວ/ບົດ​ອື່ນ