ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022

(VOVWORLD) -      ຕອນຄ່ຳວັນທີ 04 ກຸມພາ, ພິທີໄຂງານມະຫາກຳກິລາ Olympic ລະດູໜາວ ປັກກິ່ງ 2022 ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດຈີນ.
ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຝຸ​ກ ສົ່ງ​ສານອວຍ​ພອນ​ງານ​ມະ​ຫາ​ກຳ​ກິ​ລາ Olympic ແລະ Paralympic ລະ​ດູ​ໜາວ ປັ​ກ​ກິ່ງ 2022 - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: VOV)

   ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍອວຍພອນມາຍັງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ. ໂດຍເປັນປະເທດບ້ານໃກ້ເຮືອນຄຽງມິດຕະພາບ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຈີນ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນ ແລະ ເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍກຳລັງຄວາມສາມາດ, ປະສົບການ ແລະ ຄວາມຕັດສິນໃຈຢ່າງແຮງ, ຄວາມສະມັກຄີການສະໜັບສະໜູນຂອງປະຊາຊົນພາຍໃນປະເທດ ແລະ ສາກົນ, ຈີນ ຈະຈັດຕັ້ງ ງານມະຫາກຳກິລາ Olympic ແລະ Paralympic ລະດູໜາວ ປັກກິ່ງ 2022 ປະສົບຜົນສຳເລັດ.

        ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022 - ວັນບຸນທີ່ເປັນປະເພນີຂອງສອງຊາດ ຫວຽດນາມ - ຈີນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ສົ່ງຄຳອວຍພອນປີໃໝ່ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ປະຊາຊົນ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ວັດທະນາຖາວອນ ແລະ ຜາສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ