ປະທານປະເທດ ຫງວຽນຊວນຟຸກ ພົບປະກັບກຳມະກອນຜູ້ດີເດັ່ນໃນຂະແໜງໄຟຟ້າ

(VOVWORLD) -ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບກຳມະກອນດີເດັ່ນ 122 ຄົນ ທີ່ຫາກໍ່ໄດ້ຮັບການຍ້ອງຍໍໃນ “ງານປະກວດນາຍຊ່າງ ດີເດັ່ນຂັ້ນກຸີ່ມບໍລິສັດ ໄຟຟ້າຫວຽດນາມ (EVN) ປີ 2022”
ປະທານປະເທດ ຫງວຽນຊວນຟຸກ ພົບປະກັບກຳມະກອນຜູ້ດີເດັ່ນໃນຂະແໜງໄຟຟ້າ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ,ມອບຂອງຂວັນທີ່ລະນຶກໃຫ້ແກ່ກຳມະກອນດີເດັ່ນໃນ EVN

    ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຍຸກການປະຕິວັດອຸດສາຫະກຳ 4.0 ແລະ ການແກ່ງແຍ້ງຢ່າງຂ້ຽວຂາດໃນການພັດທະນາຂອງບັນດາປະເທດ, ຕ້ອງປັບປຸງບັນດາຂະແໜງການສຳຄັນຄື ອຸດສາຫະກຳໄຟຟ້າໃຫ້ທັນສະໄໝ ແມ່ນສຳຄັນ ແລະ ຮີບດ່ວນ. ເພື່ອເຮັດໄດ້ເຊັ່ນນັ້ນ ກໍຕ້ອງລົງທຶນພັດທະນາຖັນແຖວກຳມະກອນເຕັກນິກສູງ ນັບທັງດ້ານຈຳນວນ ແລະ ຄຸນນະພາບ. ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ:EVN ຕ້ອງຜັນຂະຫຍາຍປະຕິບັດ ເປົ້າຫມາຍ "ເອົາໃຈໃສ່ ສ້າງຖັນແຖວກຳມະກອນ ຫນຸ່ມທີ່ມີລະດັບການສຶກສາສູງ, ຊໍານິຊໍານານ ແລະມີທັກສະວິຊາຊີບ, ເທົ່າທຽມກັບລະດັບພາກພື້ນ ແລະ ສາກົນ, ມີຫຼັກໝັ້ນຊົນຊັ້ນ ແລະ ມີຄຸນທາດການເມືອງຢ່າງໝັ້ນຄົງໜັກແໜ້ນ, ກາຍເປັນພາກສ່ວນທີ່ຫຼັກແຫຼ່ງຂອງຂອງຊົນຊັ້ນກຳມະກອນ” ຂອງມະຕິສູນກາງພັກ 6 ສະໄໝທີ X . ໂດຍແມ່ນກຸ່ມບໍລິສັດ ໃຫຍ່ແຫ່ງຊາດ, EVN ຕ້ອງສົມທົບກັບບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ປັບປຸງບັນດາກົນໄກ ແລະ ນະໂຍບາຍພັດທະນາຊັບພະຍາກອນມະນຸດໃຫ້ສົມບູນແບບ, ໂດຍສະເພາະແມ່ນສຸມໃສ່ບຳລຸງສ້າງ ແລະ. ພັດທະນາຖັນແຖວກຳມະກອນ ຜູ້ອອກແຮງງານທີ່ມີສີມືການຊ່າງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ